ຫ້ອງວ່າການສໍານັກງານປະທານປະເທດ ຍ້ອງຍໍບຸກຄົນດີເດັ່ນ

    ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການ 2022 ຂຶ້ນໃນວັນທີ 31 ພຶດສະພາ 2022 ຢູ່ ຫສປທ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ມີພະນັກງານຫຼັກແຫຼ່ງພາຍໃນ ຫສປທ ເຂົ້າຮ່ວມ. 

    ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າ ຫສປທ ໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ ເຊິ່ງພາຍໃນ ຫສປທ ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບັນຍາກາດຟົດຟື້ນ ໃນການຈັດຕັ້ງປະຕິບັດມະຕິ ສາມາດເຮັດໜ້າທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ປະທານປະເທດ ແລະ ຮອງປະທານປະເທດ ໃນການເຄື່ອນໄຫວລັດຖະກິດທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງດີ ໄດ້ສຳເລັດກະກຽມຕ້ອນຮັບ ຄະນະຜູ້ແທນຂັ້ນສູງຕ່າງປະເທດ ໄດ້ສຳເລັດກະກຽມຕ້ອນຮັບການເຂົ້າຢ້ຽມຄຳນັບ ຍື່ນສານຕາຕັ້ງ ຂອງບັນດາເອກອັກຄະລັດຖະທູດຕ່າງປະເທດປະຈໍາ ສປປ ລາວ ແລະ ມອບສານຕາຕັ້ງໃຫ້ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈໍາການຢູ່ຕ່າງປະເທດຫຼາຍຄັ້ງ ສໍາເລັດການຄົ້ນຄວ້າ ນໍາສະເໜີຕໍ່ທ່ານປະທານປະເທດ ພິຈາລະນາລົງລາຍເຊັນລັດຖະບັນຍັດ 2 ສະບັບ ອອກລັດຖະດໍາລັດປະກາດໃຊ້ກົດໝາຍ 6 ສະບັບ ໄດ້ຄົ້ນຄວ້າສ້າງເອກະສານກົນໄກການປະສານງານລະຫວ່າງຫ້ອງວ່າການສໍານັກງານປະທານປະເທດ ກັບພາກສ່ວນຕ່າງໆ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

    ສຳລັບທິດທາງໃນປີ 2022 ຫສປທ ຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ກຽມພ້ອມໃຫ້ປະທານປະເທດ ແລະ ຮອງປະທານປະເທດ ທາງດ້ານສະຖານທີ່ ດ້ານເນື້ອໃນ ພິທີການ ງົບປະມານ ແລະ ພະນັກງານຮັບໃຊ້ໃຫ້ແກ່ການເຄື່ອນໄຫວລັດຖະກິດທັງພາຍໃນ ແລະ ຕ່າງປະເທດ ສືບຕໍ່ຄົ້ນຄວ້າສ້າງກົນໄກການປະສານງານລະຫວ່າງຫ້ອງວ່າການສໍານັກງານປະທານປະເທດ ກັບພາກສ່ວນຕ່າງໆ ປັບປຸງສັບຊ້ອນບຸຄະລະກອນທີ່ມີໃນປັດຈຸບັນ ເຂົ້າໃສ່ຕາມຂະແໜງໜ້າທີ່ເຫັນວ່າມີຄວາມຈຳເປັນ ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ພະນັກງານ-ລັດຖະກອນ ຂໍທຶນນຳພາກສ່ວນທີ່ກ່ຽວຂ້ອງ ເພື່ອບຳລຸງຍົກລະດັບ ແລະ ກໍ່ສ້າງພະນັກງານຢູ່ພາຍໃນ ຫຼື ຕ່າງປະເທດ ໃຫ້ມີຄວາມຮູ້ຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ.

    ໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ໃຫ້ເນັ້ນໃຫ້ ຫສປທ ຮັກສາມູນເຊື້ອ ແລະ ເສີມຂະຫຍາຍຈຸດດີທີ່ເປັນພື້ນຖານໃຫ້ມີຜົນດີຂື້ນກວ່າເກົ່າ ໃນການຈັດຕັ້ງປະຕິບັດວຽກງານໃນປີຕໍ່ໜ້າ ສືບຕໍ່ຄົ້ນຄວ້າ ແລະ ປັບປຸງພາລະບົດບາດ ກໍຄືລັດຖະດໍາລັດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ຫສປທ ໃຫ້ມີຄວາມຈະແຈ້ງທາງດ້ານທີ່ຕັ້ງ ແລະ ພາລະບົດບາດ ເອົາໃຈໃສ່ປັບປຸງກົນໄກປະສານງານກັບພາກສ່ວນກ່ຽວຂ້ອງ ຍົກສູງພາລະບົດບາດການເປັນເສນາທິການໃນການຄົ້ນຄວ້າສັງລວມ ເອກະສານທີ່ສໍາຄັນ ມີການມອບໝາຍວຽກ ໃຫ້ສະມາຊິກພັກ-ພະນັກງານ ຢ່າງຈະແຈ້ງ ມີການແນະນໍາ ຊຸກຍູ້ ແລະ ຕິດຕາມກວດກາວຽກງານເປັນປະຈໍາ ເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນໃນການເປັນເສນາທິການໃຫ້ປະທານປະເທດ ແລະ ຮອງປະທານປະເທດ ໃນການເຄື່ອນໄຫວລັດຖະກິດທັງພາຍໃນ ແລະ ຕ່າງປະເທດ.

    ກອງປະຊຸມຄັ້ງນີ້ ຍັງໄດ້ຍ້ອງຍໍກົມກອງ ແລະ ບຸກຄົນດີເດັ່ນ ໃນການປະກອບສ່ວນສ້າງຜົນງານໃນການ ເຄື່ອນໄຫວວຽກງານໃນປີຜ່ານມາຕື່ມອີກ.

# ຂ່າວ – ພາບ : ບຸນມີ

error: Content is protected !!