
ເປັນກະແສສັງຄົມໂສ້ເລ້ກັນເລື່ອງການຈັດຕັ້ງ ມີແຈ້ງການຂໍໃຫ້ພິຈາລະນາໂຈະງານດອງ ໂດຍໃຫ້ເຫດຜົນວ່າ ເປັນການເຕົ້າໂຮມຫຼາຍຄົນ ສ່ຽງຕໍ່ການຕິດເຊື້ອພະຍາດ Covid-19 ເຖິງແມ່ນວ່າຢູ່ປະເທດເຮົາຍັງບໍ່ທັນມີກໍລະນີຕິດເຊື້ອ ມີບາງຫາງສຽງບອກວ່າ ເປັນເລື່ອງຕື່ນຫຼາຍກວ່າເຫດ ຫາກທຽບໃສ່ຄົນເສຍຊີວິດຈາກພະຍາດໄຂ້ເລືອດອອກ ອຸບັດເຫດຕາມຖະໜົນໃນແຕ່ລະມື້ອີກຊ້ຳ ຫາກເວົ້າແນວນັ້ນຜູ້ຂຽນຄິດວ່າເປັນການຖືເບົາເກີນໄປ.
ຕາມຜູ້ຂຽນເຂົ້າໃຈ ຄິດວ່າແຈ້ງການນັ້ນ ມີຮອດເລື່ອງການຈັດງານບຸນປະເພນີນຳອີກ… ຫາກແມ່ນພວກເຮົາຈັດໃຫ້ຖືກຕ້ອງຕາມຮີດຄອງປະເພນີ ຄົງບໍ່ມີບັນຫາ ເຊັ່ນວ່າ: ງານດອງຈະເຮັດແບບສາມເຖົ້າສີ່ແກ່ກໍພໍ ບຸນປະເພນີກໍເຮັດພໍໄດ້ຮີດ ໄດ້ຄອງ ໂດຍສະເພາະ ບຸນປີໃໝ່ລາວກໍເຫັນບາງແຂວງມີແຈ້ງການອອກມາແລ້ວ.

ສຳລັບແຈ້ງການຂອງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 107/ຫກ ລົງວັນທີ 10 ມີນາ 2020 ນັ້ນ ແມ່ນແຈ້ງເຖິງພະແນກກ່ຽວຂ້ອງໃນທົ່ວປະເທດ ໂຮງແຮມ ຮ້ານອາຫານ ແລະ ສະມາຄົມທຸລະກິດທ່ອງທ່ຽວ ເລື່ອງ: ການໂຈະ ຫຼື ເລື່ອນຊົ່ວຄາວ ກ່ຽວກັບການສົ່ງນັກທ່ອງ ທ່ຽວໄປບັນດາປະເທດໃນກຸ່ມສ່ຽງ ໃນການຕິດເຊື້ອໄວຣັສໂກວິດ ແລະ ການນຳເຂົ້ານັກທ່ອງທ່ຽວ ຈາກປະເທດດັ່ງກ່າວ ແລະ ການໂຈະຊົ່ວຄາວກ່ຽວກັບການຈັດງານປະເພນີ ງານດອງ ແລະ ງານລ້ຽງ ສ້າງສັນທີ່ມີຄົນຈຳນວນຫຼາຍເຂົ້າຮ່ວມ ທັງນີ້ ແມ່ນອີງໃສ່ໜັງສືແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ Covid-19 ສະບັບເລກທີ 001/ສພກ ລົງວັນທີ 02/03/2020 ແລະ ສະບັບເລກທີ 005/ສພກ ລົງວັນທີ 02/03/2020 ຫ້ອງການກະຊວງ ຖວທ ແຈ້ງໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໜັງສືແຈ້ງການຂອງຄະນະສະເພາະກິດດັ່ງກ່າວຢ່າງເຂັ້ມງວດ ພ້ອມທັງຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຄັ່ງຄັດ ຈົນກວ່າສະພາບການຈະເຂົ້າສູ່ພາວະປົກກະຕິ.
ຕໍ່ມາໃນຕອນບ່າຍຂອງວັນທີ 11 ມີນາ 2020 ເຈົ້າໜ້າທີ່ຫ້ອງການກະຊວງ ຖວທ ໄດ້ໃຫ້ຄວາມກະຈ່າງແຈ້ງ ຜ່ານສຳນັກຂ່າວສານປະເທດລາວ (ຂປລ) ຕໍ່ກັບແຈ້ງການ ສະບັບເລກທີ 107/ຫກ ລົງວັນທີ 10 ມີນາ 2020 ທີ່ສັງຄົມໃຫ້ຄວາມສົນໃຈກ່ຽວກັບການໃຫ້ໂຈະ ຫຼື ເລື່ອນງານດອງຕໍ່ຄວາມສົນໃຈດັ່ງກ່າວ ເຈົ້າໜ້າທີ່ຫ້ອງການກະຊວງ ຖວທ ໄດ້ຊີ້ແຈງວ່າ: ງານດອງກໍແມ່ນການເຕົ້າໂຮມຄົນຈຳນວນຫຼວງຫຼາຍ ທີ່ໄດ້ກ່າວໄວ້ຢູ່ໃນແຈ້ງການຂອງຄະນະສະເພາະກິດ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ Covid-19 ການໂຈະ ຫຼື ເລື່ອນເວລາຈັດງານທີ່ລະບຸໃນແຈ້ງການນັ້ນແມ່ນເປັນວິທີທາງທີ່ດີທີ່ສຸດ ເພື່ອປ້ອງກັນ ແລະ ຫຼີກລ່ຽງບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ແຜ່ເຊື້ອຂອງພະຍາດ Covid-19 ນີ້.
ທົ່ວໂລກເຂົາວິຕົກກັງວົນ ພວກເຮົາກໍບໍ່ຄວນຖືເບົາ ຢ່າລືມວ່າ ພະຍາດນີ້ຍັງບໍ່ມີຢາປິ່ນປົວໄດ້.
ໂດຍ: ແນວລາວ