2 ສາເຫດຫຼັກ ທີ່ສົ່ງຜົນໃຫ້ການເກັບລາຍຮັບສ່ວຍສາອາກອນບໍ່ໄປຕາມແຜນການ

    ກົມສ່ວຍສາອາກອນ ກະຊວງການເງິນ ຈັັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດເກັບລາຍຮັບສ່ວຍສາອາກອນຕົ້ນປີ 2020 ຄາດຄະເນ 6 ເດືອນຕົ້ນປີ 6 ເດືອນທ້າຍປີ ໝົດປີ 2020 ແລະ ກຳນົດແຜນການປີ 2021 ຂຶ້ນວັນທີ 25 ພຶດສະພາ 2020 ຢູ່ກົມດັ່ງກ່າວ ໂດຍເປັນປະທານຂອງທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ມີຮອງກົມ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

    ທ່ານ ຄຳເຜັ່ນ ບຸບຜາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກ່າວວ່າ: ປີ 2020 ແຜນລາຍຮັບສ່ວຍສາອາກອນແມ່ນ 13.950 ຕື້ກີບ ເທົ່າກັບ 7,8% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 13,2% ຫຼືເທົ່າກັບ 1.630 ຕື້ກີບ ໃນນີ້ກົມສ່ວຍສາອາກອນ 8.509 ຕື້ກີບ ເພີ່ມຂຶ້ນ 997 ຕື້ກີບ ແລະ ທ້ອງຖິ່ນ 5.441 ຕື້ກີບ ເພີ່ມຂຶ້ນ 633 ຕື້ກີບ ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 20 ພຶດສະພາ 2020 ປະຕິບັດໄດ້ 2.877,6 ຕື້ກີບ ເທົ່າກັບ 20,63% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 1.407,6 ຕື້ກີບ ຫຼື ຫຼຸດລົງ 32,85% ໃນນີ້ສູນກາງປະຕິບັດ 1.578 ຕື້ກີບ ເທົ່າກັບ 18,54% ຫຼຸດລົງ 1.097,8 ຕື້ກີບ ຫຼື ຫຼຸດລົງ 41% ທ້ອງຖິ່ນປະຕິບັດ 1.299,6 ຕື້ກີບ ເທົ່າກັບ 23,89% ຫຼຸດລົງ 309,8 ຕື້ກີບ ຫຼື ຫຼຸດລົງ 19,25% ຄາດຄະເນຈັດການຕັ້ງປະຕິບັດລາຍຮັບ 6 ​ເດືອນຕົ້ນປີ 2020 ຈະບັນລຸ 3.587,2 ຕື້ກີບ ເທົ່າກັບ 56,81% ຂອງແຜນການ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 68,4% ແລະ ເທົ່າກັບ 25,7% ຂອງແຜນປີ 2020 ໃນນີ້ສູນກາງຄາດຄະເນໄດ້ 1.901 ຕື້ກີບ ເທົ່າກັບ 23% ຫຼຸດລົງ 1.248 ຕື້ກີບ ຫຼື ຫຼຸດລົງ 40% ທ້ອງຖິ່ນ 1.686 ຕື້ກີບ ເທົ່າກັບ 30% ຫຼຸດລົງ 405 ຕື້ກີບ ຫຼື ຫຼຸດລົງ 19% ຄາດຄະເນໝົດປີ 2020 ຈະປະຕິ ບັດ 9.682 ຕື້ກີບ ເທົ່າກັບ 69,7% ຂອງແຜນການປີ ທຽບໃສ່ປະຕິບັດປີຜ່ານມາ ເທົ່າກັບ 84,76%.    

     ສາເຫດທີ່ສົ່ງຜົນໃຫ້ການເກັບລາຍຮັບສ່ວຍສາອາກອນ 6 ເດືອນຕົ້ນປີ ແລະ ຄາດຄະເນໝົດປີ 2020 ບໍ່ໄດ້ຕາມແຜນການ ມີ 2 ປັດໃຈໃຫຍ່ ຄື: ການປ່ຽນແປງກົດໝາຍໃໝ່ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດຕົ້ນປີ 2020 ເຮັດໃຫ້ມີຜົນກະທົບກັບລາຍຮັບຈາກບາງປະເພດອາກອນ ເຊັ່ນ: ອາກອນກຳໄລ ໄດ້ປັບອັດຕາຈາກ 24% ເປັນ 20% ໃນປີ 2020 ແລະ ກໍານົດການມອບອາກອນ ຈາກ 4 ຄັ້ງຕໍ່ປີ ເປັນ 2 ຄັ້ງຕໍ່ປີ ຈະມີຜົນກະທົບຈາກການເລື່ອນການຊຳລະອາກອນປີ 2020 ຂອງງວດ 3 ແລະ 4 ໄປມອບໃນປີ 2021 ອາກອນລາຍໄດ້ຈາກເງິນເດືອນ ປັບຖານຈາກ 1 ລ້ານກີບ ເປັນ 1.300.000 ກີບ ອາກອນຊົມໃຊ້ ເຊັ່ນ: ກຸ່ມໂທລະຄົມ ປ່ຽນ 10% ມາເປັນ 5% ແລະ ຄ່າອິນເຕີເນັດ ຈາກ 10% ເປັນ 3% ເຮັດໃຫ້ການເກັບລາຍຮັບຈາກບາງກຸ່ມທຸລະກິດທີ່ຂື້ນກັບກົມສ່ວຍສາອາກອນ 4 ເດືອນ ໂດຍສະເພາະກຸ່ມທະນາຄານ​ ປະກັນໄພ ໂທລະຄົມ ​ໂຮງ​ແຮມ ບໍລິການ ການຜະລິດທົ່ວໄປ ການຜະລິດຊີມັງ​ ກຸ່ມຜະລິດໄຟ ຟ້າ ຢາສູບ ມີລັກສະນະຫຼຸດລົງ ນອກນີ້ການລະບາດຂອງພະຍາດ COVID-19 ຕໍ່ກັບເສດຖະກິດຂອງໂລກ ກໍຄືຂອງປະເທດລາວທີ່ມີການປະຕິບັດນະໂຍບາຍຕ່າງໆ ເພື່ອສະກັດກັ້ນ ແລະ ຫຼຸດຜ່ອນຜົນກະທົບ ໄດ້ສົ່ງຜົນກະທົບຕໍ່ບາງປະເພດທຸລະກິດ ເຊັ່ນ: ການທ່ອງທ່ຽວ ແລະ ໂຮງແຮມ ສາຍການບິນ ແລະ ວີຊ່າ ໃນການສົມທຽບໃນ 4 ເດືອນຜ່ານມາ ທຽບໃສ່ປີ 2019 ຫຼຸດລົງຫຼາຍ ແລະ ອາດຈະສືບຕໍ່ແກ່ຍາວໄປຮອດທ້າຍປີນີ້ ເນື່ອງຈາກວ່າຍັງຢູ່ໃນໄລຍະປິດດ່ານທ້ອງຖິ່ນ ແລະ ດ່ານສາກົນໃນທົ່ວປະເທດ ເຖິງວ່າຕໍ່ໜ້າຈະເປີດດ່ານທຸກຈຸດກໍຕາມ ແຕ່ຄາດຄະເນວ່າການທ່ອງທ່ຽວ ແລະ ໂຮງແຮມ ສາຍການບິນ ຍັງຈະມີຜົນກະທົບ ເນື່ອງຈາກບັນດາປະເທດອ້ອມຂ້າງ ກໍຄືທົ່ວໂລກຍັງມີການແຜ່ລະບາດ ແລະ ມີຫຼາຍປະເທດ ທີ່ຍັງປິດປະເທດ.

error: Content is protected !!