ປີຜ່ານມາ ຂະແໜງອຸດສາຫະກຳປຸງແຕ່ງກວມເອົາ 7,45% GDP

    ກອງປະຊຸມເຜີຍແຜ່ແຜນພັດທະນາຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ 5 ປີ (2021-2025) ຈັດຂຶ້ນວັນທີ 31 ພຶດສະພາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ເປັນກຽດເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ມີຮອງຫົວໜ້າກົມ ພະແນກ ແລະ ຂະແໜງການກ່ຽວຂ້ອງ.  

    ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ  ຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄດ້ປະກອບສ່ວນເຂົ້າໃນມູນຄ່າລວມຍອດຜະລິດຕະພັນພາຍໃນກວມ 7,45% ແລະ ເປັນຂະແໜງສຳຄັນ ທີ່ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ໂດຍມີອັດຕາການຂະຫຍາຍຕົວຂອງການຈ້າງງານເພີ່ມຂຶ້ນສະເລ່ຍ 2,13% ຕໍ່ປີ ໃນຊຸມປີຜ່ານມາ ຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເປັນໜຶ່ງໃນວຽກງານທີ່ລັດຖະບານໄດ້ພະຍາຍາມ ແລະ ເອົາໃຈໃສ່ໃນການສົ່ງເສີມໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນລາວ ຫັນໄປສູ່ການຜະລິດໃຫ້ເປັນສຳເລັດຮູບທີ່ມີການສ້າງມູນຄ່າເພີ່ມສູງ ແລະ ເຊື່ອມໂຍງກັບເຄືອຂ່າຍການຜະລິດທັງໃນພາກພື້ນ ແລະ ສາກົນ ປະກອບສ່ວນໃນການຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ແລະ ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ. 

    ຈາກນັ້ນ ທ່ານ ສຳລີ ບຸດສະດີ ຮອງຫົວໜ້າກົມອຸດສາຫະກຳ ແລະ ໄດ້ສະເໜີແຜນພັດທະນາຂະແໜງອຸດສາຫະກຳປຸງແຕ່ງ 5 ປີ (2021-2025) ບາງຕອນວ່າ ປີ 2020 ຂະແໜງອຸດສາຫະກຳປຸງແຕ່ງກວມເອົາ 7,45% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ປະກອບມີສະບຽງອາຫານ ກວມເອົາ 23,58% ໝວດການຜລະລິດເຄື່ອງດື່ມ ກວມ 16,50% ໝວດການຜລະລິດເຄື່ອງນຸ່ງຫົ່ມ ກວມ 12,27% ໝວດການຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ກວມ 10,48% ໝວດການຜະລິດເຄື່ອງຄອມພິວເຕີ ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນດ້ານສາຍຕາ ກວມ 6,30%  ໝວດການຜະລິດແຮ່ທາດຕ່າງໆທີ່ບໍ່ແມ່ນໂລຫະ  ກວມ 5,97%  ໝວດການຜະລິດຢາງພາລາ ແລະ ຜະລິດຕະພັນຢາງປລາສະຕິກກວມ 4,24% ໂດຍລວມເຫັນວ່າມີການປ່ຽນແປງທາງດ້ານໂຄງສ້າງ ອັດຕາສວນຂອງລວມຍອດມູນຄ່າການຜະລິດ ໃນນັ້ນ ໄດ້ມີອຸດສາຫະກຳປຸງແຕ່ງທີ່ເກີດຂຶ້ນໃໝ່ເຊັ່ນ ໝວດການຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ໝວດການຜະລິດເຄື່ອງຄອມພິວເຕີ ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນດ້ານອື່ນໆ.

# ຂ່າວ – ພາບ :   ອົ່ນ ໄຟສົມທອງ

error: Content is protected !!