ມອບ-ຮັບໂຄງການກໍ່ສ້າງບ້ານຈັດສັນ ໃຫ້ແກ່ປະຊາຊົນ 4 ບ້ານ

    ພິທີມອບ-ຮັບ ໂຄງການຊ່ວຍເຫຼືອລ້າ ກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນ 4 ບ້ານທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈັດຂຶ້ນວັນທີ 29 ພຶດສະພາ 2022 ໄດ້ມີທີ່ບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນໍ້າທາ ຕາງໜ້າມອບໂດຍທ່ານ ຕ່ຽວໜິງ ຮັກສາການຫົວໜ້າກົງສຸນແຫ່ງ ສປ ຈີນ ປະຈຳຫຼວງພະບາງ ກ່າວຮັບໂດຍທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈາກນັ້ນ ກໍມອບຕໍ່ໃຫ້ເຈົ້າແຂວງ 3 ແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ ທ່ານ ຈິນ ກົວຟິງ ຜູ້ຕາງໜ້າບໍລິສັດຄຸ້ມຄອງໂຄງການກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນ 4 ບ້ານ ມີຕາງໜ້າຄະນະນຳແຂວງອຸດົມໄຊ ຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. 

    ທ່ານ ໄຊຍະບັນດິດ ອິນສີຊຽງໃໝ່ ຮອງຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກ່າວວ່າ ລັດຖະບານ ສປ ຈີນ ເຫັນດີຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ມູນຄ່າ 221,89 ລ້ານຢວນ ໃນນັ້ນ ມູນຄ່າໂຄງການກໍ່ສ້າງ 209,94 ລ້ານຢວນ ມູນຄ່າຈັດການປະມູນ ແລະ ຕິດຕາມການກໍ່ສ້າງ 4,92 ລ້ານຢວນ ແລະ ມູນຄ່າການຄຸ້ມຄອງໂຄງການຂອງຝ່າຍຈີນ 7,03 ລ້ານຢວນ ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງບ້ານຈັດສັນ 4 ແຫ່ງ ຢູ່ 3 ແຂວງ ຄື  ບ້ານນາເຕີຍ ເມືອງຫຼວງນ້ໍາທາ ແຂວງຫຼວງນ້ໍາທາ ບ້ານນາໝໍ້ໃຕ້ ເມືອງນາໝໍ້ ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ ແລະ ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທັງໝົດ 349 ຫຼັງຄາເຮືອນ ປະກອບມີເຮືອນ 3 ຂະໜາດຄື ຂະໜາດນ້ອຍ ຂະໜາດກາງ ແລະ ຂະໜາດໃຫຍ່ (ຕາມການຕີລາຄາຈາກການປະເມີນຜູ້ທີ່ໄດ້ຮັບຜົນກະທົບ) ແລະ ປະກອບມີໂຮງຮຽນອະນຸບານ ໂຮງຮຽນປະຖົມ ສຸກສາລາ ເດີ່ນກິດຈະກໍາຂະໜາດນ້ອຍ ສະຖານທີ່ສາທາລະນະ ເສັ້ນທາງເຂົ້າໝູ່ບ້ານ ເສັ້ນທາງພາຍໃນໝູ່ບ້ານ ລະບົບໄຟຟ້າ ແລະ ນ້ຳປະປາ ໂທລະພາບດີຈີຕອນ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

# ຂ່າວ – ພາບ :   ອົ່ນ ໄຟສົມທອງ

error: Content is protected !!