ສົ່ງເສີມເຕັກນິກວິທີການບັນທຶກກອງປະຊຸມ ການເຮັດບົດລາຍງານກອງປະຊຸມສາກົນ

   ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີປິດຊຸດເຝິກອົບຮົມ “ Minute Taking and Report Writing ’’ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ແລະ ບັນດາກະຊວງອ້ອມຂ້າງສູນກາງ ວັນທີ 27 ພຶດສະພາ 2022 ທີ່ສະຖາບັນດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Dan Heldon ຮອງຫົວໜ້າສໍານັກງານສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ມີບັນດາຫົວໜ້າກົມ ຄະນະກົມ ຄະນະສະຖາບັນ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີປະຈໍາ ສປປ ລາວ ຕາງໜ້າຈາກສະຖາບັນລາວ-ອົດສະຕຣາລີ ຄະນະຮັບຜິດຊອບຊຸດເຝິກອົບຮົມ ນັກວິທະຍາກອນ ແລະ ນັກສໍາມະນາກອນຂົ້າຮ່ວມ. 

    ຊຸດເຝິກອົບຮົມດັ່ງກ່າວ ແມ່ນໄດ້ດຳເນີນມາແຕ່ວັນທີ 16 ພຶດສະພາ 2022 ເປັນຕົ້ນມາ ມີຜູ້ເຂົ້າຮ່ວມເຝິກອົບຮົມທັງໝົດ 25 ຄົນ ຍິງ 15 ຄົນ ມາຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງຂະແໜງການຕ່າງໆອ້ອມຂ້າງສູນກາງ ຈຸດປະສົງຂອງຊຸດເຝິກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮູ້ ທັກສະ ແລະ ເຕັກນິກວິທີການບັນທຶກກອງປະຊຸມ ແລະ ການເຮັດບົດລາຍງານກອງປະຊຸມສາກົນເປັນພາສາອັງກິດ ເຊິ່ງເປັນຫົວຂໍ້ທີ່ສຳຄັນ ແລະ ຈຳເປັນສຳລັບພະນັກງານນັກການທູດໜຸ່ມນ້ອຍ ເພື່ອກໍາໄດ້ຫຼັກການ ຮູບແບບ ແລະ ໂຄງຮ່າງໃນການຂຽນບົດລາຍງານກອງປະຊຸມສາກົນໃຫ້ມີຄວາມກະທັດຮັດ ເຂົ້າໃຈງ່າຍ ແລະ ມີເນື້ອໃນຄົບຖ້ວນສົມບູນ ການຈັດເຝິກອົບຮົມນີ້ແມ່ນ 1 ໃນ 6 ແຜນງານໃນການພັດທະນາຊັບພະຍາກອນມະນຸດຂອງກະຊວງການຕ່າງປະເທດ ໂດຍໄດ້ຮັບການຮ່ວມມື ສະໜັບສະໜູນຈາກສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສະຖາບັນລາວ-ອົດສະຕຣາລີ ເພື່ອປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ກໍຄືເປັນກິດຈະກຳໃນການສະເຫຼີມສະຫຼອງ 70 ປີ ການພົວພັນການທູດລາວ-ອົດສະຕຣາລີ.

    # ຂ່າວ – ພາບ :   ເພັດສະໝອນ 

error: Content is protected !!