ນາຍ ແລະ ພົນຕຳຫຼວດ 300 ກວ່າສະຫາຍ ໄດ້ຮັບການເລື່ອນຊັ້ນ

    ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຕາມຂໍ້ຕົກລົງສະບັບເລກທີ 1024/ປກສ ລົງວັນທີ 12 ພຶດສະພາ 2020 ແລະ ຂໍ້ຕົກລົງ ສະບັບເລກທີ 558/ປກສ.ນວ ລົງວັນທີ 6 ພຶດສະພາ 2020 ຈັດຂຶ້ນວັນທີ 21 ພຶດສະພາ 2020 ຢູ່ກອງບັນຊາການດັ່ງກ່າວ ໂດຍໃຫ້ກຽດຂຶ້ນປະດັບຊັ້ນຂອງທ່ານ ພັທ ສຸກພະຈັນ ບຸດດາຄຳ ຮັກສາການຫົວໜ້າກອງບັນຊາການ ປກສ ນວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການປະກາດເລື່ອນຊັ້ນຄັ້ງນີ້ ມີທັງໝົດ 366 ສະຫາຍ ຍິງ 60 ສະຫາຍ ໃນນີ້ເລື່ອນຂຶ້ນພັນໂທ 25 ສະຫາຍ ພັນຕີ 62 ສະຫາຍ ຍິງ 14 ສະຫາຍ ຮ້ອຍເອກ 70 ສະຫາຍ ຍິງ 13 ສະຫາຍ ຮ້ອຍໂທ 129 ສະຫາຍ ຍິງ 31 ສະຫາຍ ຮ້ອຍຕີ 48 ສະຫາຍ ຍິງ 1 ສະຫາຍ ວາທີຮ້ອຍຕີ 2 ສະຫາຍ ຍິງ 1 ສະຫາຍ.

    ທ່ານ ພັທ ສຸກພະຈັນ ບຸດດາຄຳ ກ່າວວ່າ: ເພື່ອຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈ ເພື່ອເປັນທິດໃນການປັບປຸງກໍ່ສ້າງຕົນເອງ ແລະ ພັດທະນາວຽກງານຂອງກຳລັງ ປກສ ນວ ກ້າວໄປສູ່ໃບໜ້າໃໝ່ ຈຶ່ງຂໍຮຽກຮ້ອງມາຍັງບັນດາສະຫາຍນາຍ ແລະ ພົນຕຳຫຼວດໃນກຳລັງ ປກສ ນວ ໃຫ້ເພີ່ມທະວີປັບປຸງ ປ່ຽນ ແປງແນວຄິດ ທັດສະນະ ແລະ ຄວາມຮັບຮູ້ຂອງຕົນ ໃຫ້ສົມຄູ່ກັບຄວາມຕ້ອງການຂອງໜ້າທີ່ການເມືອງທີ່ພັກ-ລັດຖະບານ ຄະນະນໍາກະຊວງ ປກສ ແລະ ນວ ມອບໝາຍໃຫ້ ເປັນເຈົ້າການປະກອບສ່ວນໃນການພັດທະນາກຳລັງ ປກສ ນວ ໃຫ້ກາຍເປັນກຳລັງທີ່ມີຄວາມເປັນແບບຢ່າງນຳໜ້າ ສົມຄູ່ກັບວ່າເປັນຕຳຫຼວດເມືອງເອກຂອງປະເທດ ຕັ້ງໜ້າປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ປະສານສົມທົບ ແໜ້ນ ແລະ ໃຫ້ການຊ່ວຍໜູນຕໍ່ກຳລັງທີ່ເຮັດໜ້າທີ່ໂດຍກົງ ເພື່ອເຮັດໃຫ້ປາກົດການຫຍໍ້ທໍ້ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມຫຼຸດລົງຢ່າງຂາດຕົວ ຖືເອົາວຽກງານນີ້ເປັນການແຂ່ງຂັນກັນສ້າງຂະບວນການ ຄໍານັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆ ເພີ່ມທະວີຈັດຕັ້ງປະຕິບັດບັນດາເນື້ອໃນ-ຄາດໝາຍຕ່າງໆຂອງການລົງຮາກຖານ ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ ນວ ຢ່າງແຂງແຮງ ມອບໃຫ້ເປັນໜ້າທີ່ຄວາມຮັບຜິດຊອບຂອງຄະນະບັນຊາທຸກຂັ້ນ ເປັນຕົ້ນແມ່ນ ປກສ ເມືອງ ປກສ ກຸ່ມບ້ານ ເພີ່ມທະວີຮັກສາຄວາມສະຫງົບ-ປອດໄພ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອຮັບປະກັນໃຫ້ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ອົງຄະນະພັກ ນວ ກະຊວງ ປກສ ແລະ ການນໍາພັກ-ລັດ ວັນ ສໍາຄັນຂອງພັກ ຂອງຊາດ ມີຄວາມສະຫງົບ-ປອດໄພ 100%.

error: Content is protected !!