
ກອງປະຊຸມຮ່ວມລະຫວ່າງຄະນະປະຈຳພັກ ນະຄອນຫຼວງວຽງຈັນ (ນວ) ແລະ ຄະນະປະຈຳພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດຂຶ້ນວັນທີ 13 ມີນາ 2020 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງ ນວ ແລະ ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມີບັນດາຄະນະປະຈຳພັກ ຄະນະພັກ ນວ ແລະ ກະຊວງປ້ອງກັນຄວາມສະຫງົບ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນປຶກສາຫາລື ແລະ ຕົກລົງບັນຫາກ່ຽວກັບວຽກງານປ້ອງກັນຄວາມສະຫງົບຂອງ ນວ ຄື: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດການລົງຮາກຖານ ຂອງພະນັກງານຂອງກະຊວງປ້ອງກັນຄວາມສະຫງົບ ຢູ່ ນວ ໃນນີ້ ກອງປະຊຸມຕີລາຄາວ່າ ການລົງຮາກຖານຂອງພະນັກງານກະຊວງປ້ອງກັນຄວາມສະຫງົບຢູ່ ນວ ເຫັນວ່າໄດ້ເຮັດໃຫ້ທົ່ວ ນວ ມີຄວາມສະຫງົບປອດໄພ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍເປັນພື້ນຖານ ແຕ່ກໍຍັງມີຈຸດອ່ອນຂໍ້ຄົງຄ້າງທີ່ຕ້ອງຮ່ວມກັນແກ້ໄຂ ເປັນຕົ້ນ ຍັງບໍ່ທັນສ້າງຄວາມເຂັ້ມແຂງໃຫ້ຮາກຖານ ການຈັດຕັ້ງປະຕິບັດ 3 ຫຼຸດ (ບັນຫາຢາເສບຕິດ ອຸບັດເຫດຕາມຖະໜົນ ອັກຄີໄພ ແລະ ປາກົດການຫຍໍ້ທໍ້ອື່ນໆ) ກໍຍັງບໍ່ທັນພົ້ນເດັ່ນ ພ້ອມນັ້ນ ສືບຕໍ່ຫັນພະນັກງານຂອງກະຊວງປ້ອງກັນຄວາມສະຫງົບລົງຮາກຖານຢູ່ ນວ ຕາມທີ່ເຄີຍປະຕິບັດຜ່ານມາ ແຕ່ຕິດພັນກັນນັ້ນ ສຳລັບພະນັກງານທີ່ປະຈຳການກໍໃຫ້ລົງຮາກຖານກັບທີ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ຮາກຖານບ້ານ ປຶກສາຫາລືແຜນການເຮັດວຽກການປະສານງານ ແລະ ການແກ້ໄຂບັນຫາຕ່າງໆ ກ່ຽວກັບການເຄື່ອນໄຫວວຽກງານຂອງກອງບັນຊາການປ້ອງກັນຄວາມສະຫງົບ ນວ.
ກອງປະຊຸມໄດ້ຕົກລົງການຮັກສາຄວາມສະຫງົບໃນ ນວ ແມ່ນຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງ ນວ ເປັນຜູ້ບັນຊາໂດຍກົງ ແຕ່ກອງບັນຊາປ້ອງກັນຄວາມສະຫງົບລາຍງານ ກະຊວງປ້ອງກັນຄວາມສະຫງົບ ເພື່ອຮັບຊາບນຳ ແລະ ການຮັກສາຄວາມສະຫງົບໃນເຂດສຳນັກງານ ອົງການຂອງສູນກາງພັກ ສຳນັກງານປະທານປະເທດ ສຳນັກງານນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ ເຄຫາສະຖານທີ່ສູນກາງຄຸ້ມຄອງ ຫຼື ພິພິທະພັນລະດັບຊາດ ແມ່ນໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ບັນຊາໂດຍກົງ ແຕ່ກອງບັນຊາການປ້ອງກັນຄວາມສະຫງົບລາຍງານ ໃຫ້ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບຊາບນຳ ນອກນີ້ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ປະກອບຄຳຄິດເຫັນກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກ ກອງບັນຊາການປ້ອງກັນຄວາມສະຫງົບ ນວ ຕື່ມອີກ.