ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມການນຳແຂວງຂອງລາວ ແລະ ກຳປູເຈຍທີ່ມີຊາຍແດນຕິດກັນ.

    ວັນທີ 27 ພຶດສະພາ 2022 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນຈາກສູນກາງ ແຂວງຈຳປາສັກ ແລະ ແຂວງອັດຕະປື ພົບປະໂອ້ລົມກັບການນຳຂັ້ນແຂວງຂອງລາຊະອາ ນາຈັກກຳປູເຈຍ ທີ່ມີຊາຍແດນຕິດກັບ ສປປ ລາວ (ແຂວງຊຽງແຕງ ແຂວງລັດຕະນະຄີລີ ແລະ ແຂວງເປຣະວິເຣຍ) ຢູ່ທີ່ສະໂມສອນເມືອງໂຂງ ແຂວງຈຳປາສັກ.

   ການພົບປະໃນຄັ້ງນີ້ ເພື່ອເປັນການຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມື ຄວາມສາມັກຄີຮັກແພງລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ເວົ້າລວມ ເວົ້າສະເພາະ ແຂວງຈຳປາສັກ ແລະ ແຂວງອັດຕະປື ກັບບັນດາແຂວງຂອງລາຊະອານາຈັກກຳປູເຈຍ ທີ່ມີຊາຍແດນຮ່ວມກັນ ໄດ້ປຶກສາຫາລືແລກປ່ຽນບາງເນື້ອໃນກ່ຽວກັບການພົວພັນຮ່ວມມືສອງຝ່າຍລາວ-ກຳປູເຈຍ ກຳປູເຈຍ-ລາວ ແລະ ລະຫວ່າງທ້ອງຖິ່ນກັບທ້ອງຖິ່ນດ້ວຍກັນ ໃນດ້ານຕ່າງໆ ລວມທັງຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງສອງຝ່າຍ ໃນການຮ່ວມມືຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າ ນອກຈາກນັ້ນ ກໍຍັງເປັນການຢັ້ງຢືນຄືນຄວາມມຸ່ງໝັ້ນ ແລະ ເຈດຈໍານົງອັນສະເໝີຕົ້ນສະເໝີປາຍຂອງພັກ ລັດຖະບານ ແລະ ປະຊາຊົນລາວ.

    ໃນໂອກາດນີ້ ບັນດາທ່ານເຈົ້າແຂວງຂອງສປປ ລາວ ແລະ ລາຊະອານາຈັກກໍາປູເຈຍ ທີ່ມີຊາຍແດນຕິດກັນ ໄດ້ຜັດປ່ຽນກັນນຳສະເໜີໃຫ້ຊາບກ່ຽວກັບສະພາບການພົວພັນຮ່ວມມືສອງຝ່າຍກັບແຂວງຊາຍແດນໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອການພົວພັນອັນດີງາມ ຜົນສຳເລັດທີ່ເປັນຮູບປະທຳຕົວຈິງຫຼາຍດ້ານ ພ້ອມກັນນັ້ນ ກໍຍັງໄດ້ມີຄຳເຫັນ ແລະ ຂໍ້ສະເໜີແລກປ່ຽນຈຳນວນໜຶ່ງທີ່ສອງຝ່າຍມີຄວາມສົນ ໃຈຮ່ວມກັນ.

    ໃນໂອກາດທີ່ມີຄວາມໝາຍສຳຄັນຄັ້ງນີ້ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ຍົກໃຫ້ເຫັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ ບ້ານອ້າຍເມືອງນ້ອງ ບ້ານແກ່ວເມືອງດອງ ທີ່ມີມາແຕ່ດົນນານ ລະຫວ່າງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ພ້ອມທັງຢໍ້າຄືນຕໍ່ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າຂອງສອງປະເທດທີ່ມີສາຍພົວພັນອັນເປັນມູນເຊື້ອມາແຕ່ດົນນານແລ້ວນັ້ນ ສູງຂຶ້ນສູ່ອີກລະດັບໜຶ່ງ ເພື່ອສ້າງພື້ນຖານການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນ ເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ການກໍານົດ ແລະ ປັກຫຼັກໝາຍຊາຍແດນ ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການທຳມາຫາກິນ ແລະ ໄປມາຫາສູ່ເຊິ່ງກັນ ແລະ ກັນຂອງປະຊາຊົນສອງປະເທດ ແລະ ອື່ນໆ ອັນສຳຄັນ ແມ່ນໄດ້ນຳເອົາເນື້ອໃນຈິດໃຈການຕົກລົງສອງຝ່າຍຂອງສອງລັດຖະບານ ກໍຄືສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໃນໄລຍະຜ່ານມາ ລວມທັງທິດທາງແຜນການພົວພັັນຮ່ວມມືກັນໃນຕໍ່ໜ້າ ຊີ້ນຳໃຫ້ຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງຂອງສອງປະເທດ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ.

# ຂ່າວ – ພາບ: ຊິລິການດາ

error: Content is protected !!