ມອບ-ຮັບໜ້າທີ່ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ປະທານຄະນະກຳມະການຮ່ວມມືລາວ-ຈີນ.

    ພິທີມອບ-ຮັບໜ້າທີ່ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ປະທານຄະນະກຳມະການຮ່ວມມືລາວ-ຈີນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 27 ພຶດສະພາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ມີທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ພ້ອມຄະນະນໍາຂອງກະຊວງ ຜທ ເຂົ້າຮ່ວມ.

    ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງພັກ-ລັດໃນແຕ່ລະໄລຍະ ເຊິ່ງມັນຮຽກຮ້ອງໃຫ້ຕ້ອງມີພະນັກງານການນຳ ເພື່ອຊີ້ນຳ-ນຳພາວຽກງານຂອງຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ເພື່ອເປັນການຍົກລະດັບ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວໃຫ້ມີຄວາມເລິກເຊີ່ງຮອບດ້ານຫຼາຍຂຶ້ນຕື່ມອີກ ໃນການຈັດຕັ້ງປະຕິບັດກົນໄກການຮ່ວມມືຕ່າງໆ ລະຫວ່າງການຮ່ວມມືລາວ-ຫວຽດນາມ ແລະ ການຮ່ວມມືລາວ-ຈີນ ເຊິ່ງມີພາລະບົດບາດໃນການເປັນເສນາທິການໃຫ້ສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄວ້າທິດທາງແຜນການ ຊຸກຍູ້ ຕິດຕາມ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົນໄກການຮ່ວມມືຕ່າງໆ ແລະ ບັນດາໂຄງການຮ່ວມມືທີ່ໄດ້ຕົກລົງເປັນເອກະພາບກັນ ລວມທັງບັນດາວຽກງານອື່ນໆ ທີ່ປິ່ນອ້ອມ ແລະ ຕິດພັນກັບການຮ່ວມມືລາວ-ຫວຽດນາມ ແລະ ລາວ-ຈີນ.

    ເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ ກະຊວງ ຜທ ຈຶ່ງໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເຊິ່ງເປັນປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ປະທານຄະນະກຳມະການຮ່ວມມື-ລາວຈີນ ຜູ້ເກົ່າ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ເປັນປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ປະທານຄະນະກຳມະການຮ່ວມມືລາວ-ຈີນ ຜູ້ໃໝ່.

    ໃນພິທີມອບ-ຮັບໜ້າທີ່ໃນຄັ້ງນີ້ ທ່ານ ສອນໄຊ ສີພັນດອນ ໂດຍຕາງໜ້າໃຫ້ກົມການເມືອງ ລັດຖະບານ ແລະ ໃນນາມສ່ວນຕົວ ກໍໄດ້ຂໍສະແດງຄວາມຊົມເຊີຍຕໍ່ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ປະທານຄະນະກຳມະການຮ່ວມມືລາວ-ຈີນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ກໍຄືຄະນະພັກ ຄະນະນໍາ ພະນັກງານ-ລັດຖະກອນ ຂອງທົ່ວກະຊວງ ຜທ ຢ່າງສຸດອົກສຸດໃຈ.

# ຂ່າວ – ພາບ: ຊິລິການດາ

error: Content is protected !!