ຍທຂ ເຜີຍແຜ່ການຈັດຕັ້ງຜັນຂະຫຍາຍດໍາລັດເລກທີ 599/ລບ

    ວັນທີ 27 ພຶດສະພາ 2022 ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງຜັນຂະຫຍາຍດຳລັດຂອງລັດຖະບານ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021 ຢູ່ທີ່ກະຊວງດັ່ງກ່າວ ເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ ມີບັນດາຮອງລັດຖະມົນຕີ ຜູ້ຊ່ວຍຄະນະລັດຖະມົນຕີ ຫົວໜ້າ ຮອງຫົວໜ້າກົມ ກອງ ສະຖາບັນ ແລະ ພະແນກ ອ້ອມຂ້າງກະຊວງ ຍທຂ ເຂົ້າຮ່ວມ.

    ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ກອງປະຊຸມເຜີຍແຜ່ການຈັດຕັ້ງຜັນຂະຫຍາຍດຳລັດຂອງລັດຖະບານ ສະບັບເລກທີ 599/ລບ ເພື່ອເຮັດໃຫ້ຮ່າງດໍາລັດດັ່ງກ່າວຜັນຂະຫຍາຍໃຫ້ທົ່ວເຖິງຢ່າງສົມບູນ ໂດຍການຈັດຕັ້ງປະຕິບັດດຳລັດສະບັບນີ້ ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດໃຫ້ເກີດຜົນປະໂຫຍດສູງສຸດປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງປະເທດ ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ສັງຄົມຫຼາຍຂຶ້ນ ສິ່ງສຳຄັນ ແມ່ນປະຕິບັດທິດຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ກຳນົດໄວ້ໃຫ້ປາກົດຜົນເປັນຈິງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!