ພິທີປາຖະກະຖາກ່ຽວກັບການຄຸ້ມຄອງການເງິນ-ເງິນຕາຂອງທະນາຄານ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ຈັດຂຶ້ນວັນທີ 27 ພຶດສະພາ 2022 ທີ່ໂຄສະນາອົບຮົມສູນກາງພັກ (ຄອສພ) ເປັນກຽດປາຖະກະຖາໂດຍທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີທ່ານນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ ອົງການ ອົງການຈັດຕັ້ງມະຫາຊົນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສອນໄຊ ສິດພະໄຊ ໄດ້ຍົກໃຫ້ເຫັນການຮັກສາສະຖຽນລະພາບເງິນຕາແຫ່ງຊາດທີ່ທະນານຄານແຫ່ງ ສປປ ລາວໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ປັດຈຸບັນ ຈາກນັ້ນ ທ່ານນາງ ຈັນສຸກ ແສງພະຈັນ ກໍໄດ້ປາຖະກະຖາກ່ຽວກັບການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໂດຍໄດ້ຍົກໃຫ້ເຫັນສະພາບການຄຸ້ມຄອງນໍ້າມັນເຊື້ອໄຟ ເຊິ່ງປະເທດລາວນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ 100% ດັ່ງນັ້ນ ຈຶ່ງເຮັດໃຫ້ລາຄານໍ້າມີການເໜັງຕີງ ແລະ ປັບໂຕຂຶ້ນໄປຕາມອັດຕາການແລກປ່ຽນເງິນຕາຕ່າງປະເທດ ສຳລັບດ້ານການສະໜອງນໍ້າມັນ ຫຼາຍບໍລິສັດທີ່ຂາຍນໍ້າມັນແລ້ວຈຳນວນເງິນທີ່ໄດ້ຈາກການຂາຍນໍ້າມັນບໍ່ສາມາດນຳໄປຊື້ນໍ້າມັນເຊື້ອໄຟໃນປະລິມານເທົ່າເດີມໄດ້ ຜູ້ປະກອບການນໍ້າມັນຕົກຢູ່ໃນສະພາບຂາດທຶນ ຍ້ອນສະພາບທີ່ຜັນຜວນ ດັ່ງນັ້ນ ບໍລິສັດນຳເຂົ້ານໍ້າມັນເຊື້ອໄຟຈຶ່ງຫຼຸດປະລິມານການນຳເຂົ້າລົງ ເພື່ອຮັບໃຊ້ ແລະ ຈຸນເຈືອສັງຄົມແບບປະຄັບປະຄອງ ຈຶ່ງເຮັດໃຫ້ການສະໜອງບໍ່ພຽງພໍ ແລະ ທົ່ວເຖິງຕາມຄວາມຕ້ອງການຂອງຜູ້ຊົມໃຊ້

# ຂ່າວ – ພາບ : ອົ່ນ ໄຟສົມທອງ