ເລຂາພັກນະຄອນໂຮ່ຈິມິງ ຢ້ຽມຢາມໂຮງຮຽນມິດຕະພາບ ນວ-ນະຄອນໂຮ່ຈິມິງ

    ໂອກາດທີ່ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິງ ສສ ຫວຽດນາມ ນຳໂດຍທ່ານ ຫງວຽນ ວັນ ເນນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນໂຮ່ຈິມິງ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ (ນວ) ວັນທີ 26 ພຶດສະພາ 2022 ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ໄດ້ນໍາພາຄະນະຜູ້ແທນດັ່ງກ່າວໄປຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍມິດຕະພາບ ນວ-ນະຄອນໂຮຈິມິງ ໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຮອງເລຂາພັກເມືອງສີໂຄດຕະບອງ ຕະຫຼອດຮອດຄະນະອໍານວຍການໂຮງຮຽນ ຄູອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນມັດທະຍົມຕອນປາຍມິດຕະພາບ ນວ – ນະຄອນໂຮ່ຈິມິງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

   ການຢ້ຽມຢາມຂອງຄະນະຜູ້ແທນຄັ້ງນີ້ ທ່ານ ບຸນຈັນ ສີສຸກ ອໍານວຍການໂຮງຮຽນມັດທະຍົມຕອນປາຍມິດຕະພາບ ນວ- ນະຄອນໂຮ່ຈິມິງ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນແຫ່ງນີ້ໄດ້ສ້າງຕັ້ງຂຶ້ນໃນປີ 1979 ແລະ ໄດ້ຮັບທຶນຊ່ວຍເຫຼືອຈາກ ສສ ຫວຽດນາມ ເວົ້າລວມ ເວົ້າສະເພາະ ໄດ້ຮັບທຶນຈາກປະຊາຊົນຊາວນະຄອນໂຮ່ຈີມິງມາປູກສ້າງເປັນອາຄານ 2 ຊັ້ນ ໃນປີ 2022 ປະກອບມີ ຫ້ອງຄອມພິວເຕີ ຫ້ອງສະໝຸດ 1 ຫ້ອງ ຫ້ອງທົດລອງຄະນິດສາດ ພີຊິກສາດ ເຄມີສາດ ແລະ ຊີວະສາດ ເດືອນສິງຫາ 2007 ໄດ້ຮັບທຶນຊ່ວຍເຫຼືອມູນຄ່າ 5 ຕື້ດົງ ປຸກສ້າງສະໂມສອນເປີດ 1 ຫຼັງ ທ້າຍປີ 2008 ໄດ້ຮັບທຶນຊ່ວຍເຫຼືອ 10.000 ໂດລາສະຫະລັດ ມາສ້າງຮົ້ວກໍາແພງໂຮງຮຽນດ້ານຖະໜົນສາມແສນໄທ ປີ 2009 ໄດ້ຮັບທຶນຊ່ວຍເຫຼືອ 500 ລ້ານດົງ ມາຊ່ວຍບູລະນະຫ້ອງຄອມພິວເຕີ ແລະ ປີ 2010 ໄດ້ຮັບທຶນຊ່ວຍເຫຼືອປຸກສ້າງອາຄານຕຶກ 4 ຊັ້ນ ແລະ ເດີ່ນຕ່າງໆຂອງໂຮງຮຽນ ມູນຄ່າ 5.000.000 ໂດລາສະຫະລັດ ນອກນີ້ ໃນສົກຮຽນ 2017-2018 ທ່ານເຈົ້າຄອງນະຄອນໂຮ່ຈິມິງ ໄດ້ມອບທຶນການສຶກສາໃຫ້ໂຮງຮຽນ 2.000 ໂດລາ ພ້ອມທັງໃຫ້ທຶນນັກຮຽນປີລະ 2 ທຶນໃນໄລຍະ 10 ປີ ນອກນັ້ນ ໄດ້ຮັບທຶນການສຶກສາຈາກໂຮງຮຽນມະຫາວິທະຍາໄລໂຕນດຶກຖັງປີລະ 5 ທຶນ ໃນເດືອນກໍລະກົດ 2019 ທ່ານ ນາງ ຫງວຽນ ທິເລະ ປະທານສະພາປະຊາຊົນນະຄອນໂຮ່ຈິມິງ ພ້ອມຄະນະ ໄດ້ມາຢ້ຽມຢາມ ກໍໄດ້ມອບທຶນການສຶກສາໃຫ້ໂຮງຮຽນ 10.000 ໂດລາ ໃນນີ້ 5.000 ໂດລາ ມອບໃຫ້ນັກຮຽນ 50 ນ້ອງທີ່ມີຜົນງານດີເດັ່ນປະຈໍາສົກຮຽນ 1 ປີຜ່ານມາ ສະຫຼຸບລວມແລ້ວ  ການຊ່ວຍເຫຼືອທັງໝົດ  ແມ່ນເປັນສັນຍະລັກແຫ່ງສາຍສໍາພັນອັນແໜ້ນແຟ້ນລະຫວ່າງສອງຊາດລາວ-ຫວຽດນາມ ແລະ ຍ້ອນໄດ້ຮັບການຊ່ວຍເຫຼືອຈາກ ສສ ຫວຽດນາມ ຈຶ່ງເຮັດໃຫ້ໂຮງຮຽນມີຄວາມສະດວກໃນການຈັດຕັ້ງປະຕິບັດການຮຽນ-ການສອນ ແລະ ມີຄວາມເຂັ້ມແຂງ.

    ປັດຈຸບັນ ໂຮງຮຽນມັດທະຍົມຕອນປາຍມິດຕະພາບ ນວ-ນະຄອນໂຮ່ຈິມິງ ປະກອບມີຄູ-ອາຈານທັງໝົດ 59 ຄົນ ແລະ ໂຮງຮຽນປະກອບດ້ວຍ 3 ຂັ້ນ ຄື: ມ-5  ມ-6 ແລະ ມ-7 ແຕ່ລະຂັ້ນປະກອບມີ 10 ຫ້ອງ ມີນັກຮຽນທັງໝົດ 1.151 ຄົນ ຍິງ 645 ຄົນ.

    ຕອນທ້າຍ ທ່ານ ຫງວຽນ ວັນ ເນນ ໄດ້ມີຄໍາເຫັນໂອ້ລົມ ແລະ ຢ້ຽມຢາມຫ້ອງຄອມພິວເຕີ ພ້ອມທັງມອບທຶນການສຶກສາ 2.000 ໂດລາສະຫະລັດໃຫ້ໂຮງຮຽນມິດຕະພາບ ນວ-ນະຄອນໂຮຈິມິງ ກ່າວຮັບໂດຍທ່ານ ບຸນຈັນ ສີສຸກ ອໍານວຍການໂຮງຮຽນດັ່ງກ່າວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!