ປັດຈຸບັນ ລັດຖະບານໄດ້ເຫັນດີອະນຸຍາດໃຫ້ເປີດປະເທດເພື່ອຕ້ອນຮັບເອົານັກທ່ອງທ່ຽວເຂົ້າມາທ່ຽວໃຫ້ຫຼາຍຂຶ້ນ ແຕ່ກໍມີສິ່ງທີ່ທ້າທາຍ ຕ້ອງໄດ້ສູ້ຊົນຜ່ານຜ່າເຊັ່ນ: ວິກິດນໍ້າມັນ ອັດຕາເງິນເຟີ້ຕ່າງໆ ດັ່ງນັ້ນ ຈຶ່ງຈຳເປັນຕ້ອງໄດ້ກະຕຸຊຸກຍູ້ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນເຊັ່ນ: ການເປີດງານວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ປະຈຳປີ 2022 ເຊິ່ງຈະໄດ້ເປີດຂຶ້ນໃນວັນທີ 25 ມິຖຸນາ ຫາ ວັນທີ 3 ກໍລະກົດ 2022 ນີ້ທີ່ສູນການຄ້າລາວ-ໄອເຕັກ ເຊິ່ງພາຍໃນງານ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນເມືອງທຳອິດທີ່ໄດ້ຮັບສິດທິພິເສດໃຫ້ສ້າງເປັນບຸດແບບຢ່າງ ໃຫ້ນໍາເອົາສິນຄ້າມາ ODOP ພາຍໃນເມືອງມາຮ່ວມວາງສະແດງ ເຊິ່ງເປັນບຸດພາມີລ່ຽມ ຂະໜາດ 6×6 ແມັດ. ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ປະທານສະພາການຄ້າ ແລະ ອຸດສະຫະກໍາເມືອງຫາດຊາຍຟອງ ທັງເປັນຜູ້ສໍາປະທານສວນວັດທະນະທໍາຊຽງຄວນ ໃຫ້ຮູ້ວັນທີ 24 ພຶດສະພາ 2022 ວ່າ: ການສ້າງບຸດແບບຢ່າງໃຫ້ນໍາເອົາສິນຄ້າມາຮ່ວມວາງສະແດງ ໃນງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງ ນະຄອນຫຼວງວຽງຈັນ ຄັ້ງທີ 8 ນີ້ ສະພາການຄ້າ ແລະ ອຸດສາຫະກຳເມືອງຫາດຊາຍຟອງ ໄດ້ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ຈະໄດ້ເອົາຜະລິດຕະພັນ ODOP ແລະ ຜະລິດຕະພັນຄອບຄົວຕົວແບບທີ່ເປັນເອກະລັກຂອງເມືອງມາເຂົ້າຮ່ວມວາງສະແດງເຊັ່ນ: ຜະລິດຕະພັນໂອດ໋ອບ (ນ້ຳສະກັດໝາກຂາມປ້ອມ ຫັດຖະກຳແກະສະຫຼັກໄມ້ ນົມສົ້ມກາສາມດາວ ນ້ຳໝາກກ້ຽງຄັ້ນສົດ ກາເຟຍົກລໍ້ ແລະ ຜະລິດນໍ້າໝາກພ້າວ ແລະ ນ້ຳມັນງາ) ຜະລິດຕະພັນຄອບຄົວຕົວແບບ ພາບຈຳລອງສວນວັດທະນະທຳຊຽງຄວນ ເຂົ້າປຸ້ນແຈ່ວຂິງ) ແລະ ອື່ນໆ ເຫຼົ່ານີ້ເປັນຕົ້ນ.

ສໍາລັບການຕົບແຕ່ງບຸດ ຈະໄດ້ຕົບແຕ່ງດ້ວຍຜ້າແພທີ່ຜະລິດຈາກຫັດຖະກຳຕໍ່າຫູກສູນທະລາ ດົງຄໍາຊ້າງ ດ້ານຂ້າງ 3 ດ້ານ ຈະໄດ້ຕົບແຕ່ງຮູບພາບສະຖານທີ່ທ່ອງທ່ຽວຕ່າງໆຂອງເມືອງ ອາຫານ ຜະລິດຕະພັນກະສິກຳ ແລະ ຮູບພາບສິນຄ້າ ODOP ສ່ວນສິນຄ້າທີ່ຈະນຳມາວາງສະແດງແມ່ນ: ຜະລິດຕະພັນເຂົ້າຂອງຟາມພັນໄຂ່ໄກ່ຂອງຟາມໄກ່ອາຄົມ ແລະ ຄໍໝູນ ນໍ້າດື່ມກາພະຍາສິງ ແລະ ເຂົ້າຫຼາມບ້ານທ່າເດື່ອ.
# ຂ່າວ – ພາບ : ຂັນທະວີ