ສໍາເລັດຊຸດຝຶກອົບຮົມ “ Minute Taking and Report Writing ’’

   ວັນທີ 27 ພຶດສະພາ 2022, ທີ່ ສະຖາບັນການຕ່າງປະເທດກະຊວງການຕ່າງປະເທດ ໄດ້ຈັດພິທີປີດຊຸດຝຶກອົບຮົມ“ Minute Taking and Report Writing ’’ ໃຫ້ແກ່ພະນັກງານກະ ຊວງການຕ່າງປະເທດ ແລະ ບັນ ດາກະຊວງອ້ອມຂ້າງສູນກາງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ທ່ານ Dan  Heldon,  ຮອງຫົວໜ້າສໍານັກງານ, ສະຖານ ທູດອົດສະຕຣາລີ ປະຈໍາ ສ ປປ ລາວ ມີບັນດາຫົວໜ້າກົມ, ຄະນະກົມ, ຄະນະສະຖາ ບັນ, ຜູ້ຕາງໜ້າຈາກສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ, ຕາງໜ້າຈາກສະຖາບັນລາວ-ອົດສະຕຣາລີ,  ຄະນະຮັບຜິດຊອບຊຸດ ຝຶກອົບຮົມ, ວິທະຍາກອນ ແລະ ສໍາມະນາກອນຂອງຊຸດຝຶກອົບຮົມ ເຂົ້າຮ່ວມທັງໝົດ ປະມານ 50 ທ່ານ.

    ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດຳເນີນມາແຕ່ວັນທີ 16 ພຶດສະພາ 2022 ເປັນຕົ້ນມາ, ເຊີ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງ ໝົດ 25 ທ່ານ, ຍິງ 15 ທ່ານ ທີ່ມາ ຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ບັນດາກະຊວງຂະແໜງການຕ່າງໆອ້ອມຂ້າງສູນກາງ.

   ຈຸດປະສົງ ຂອງຊຸດຝຶກອົບຮົມ ຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮູ້, ທັກສະ ແລະ ເຕັກນິກວິທີການ ບັນທຶກກອງປະຊຸມ ແລະ ການເຮັດບົດລາຍງານກອງປະຊຸມສາກົນ ເປັນພາສາອັງກິດ, ເຊິ່ງເປັນຫົວຂໍ້ທີ່ສຳຄັນ ແລະ ຈຳເປັນສຳລັບພະນັກງານນັກການທູດໜຸ່ມນ້ອຍ ເພື່ອກໍາໄດ້ຫຼັກການ, ຮູບແບບ ແລະ ໂຄງຮ່າງໃນການຂຽນບົດລາຍງານກອງປະຊຸມສາກົນ ໃຫ້ມີຄວາມກະ ທັດຫັດ, ເຂົ້າໃຈງ່າຍ ແລະ ມີເນື້ອ ໃນຄົບຖ້ວນສົມບູນ.   

     ການຈັດຝຶກອົບຮົມນີ້ແມ່ນ         01 ໃນ 06 ແຜນງານໃນການພັດ ທະນາຊັບພະຍາກອນມະນຸດຂອງກະຊວງການຕ່າງປະເທດ ໂດຍໄດ້ຮັບການຮ່ວມມື ສະໜັບສະໜູນຈາກສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສະຖາບັນລາວ-ອົດສະຕຣາລີ (Laos-Australia Institute) ເພື່ອປະກອບ ສ່ວນໃນການພັດທະນາ ຊັບພະຍາກອນມະນຸດໃນ ສປປ ລາວ ກໍຄືເປັນກິດຈະກຳໃນການສະເຫຼີມ ສະຫຼອງ 70 ປີການພົວພັນການທູດລາວ-ອົດສະຕຣາລີ.

error: Content is protected !!