ກະຊວງສາທາລະນະສຸກຖະແຫຼງ ກ່ຽວກັບພະຍາດ ໝາກສຸກລີງ (Monkeypox)

    ພະຍາດໝາກສຸກລີງ (Monkeypox) ທີ່ກຳລັງລະບາດຢູ່ບັນດາປະເທດຢູໂຣບ ເຊິ່ງເປັນພະຍາດທີ່ຫຼາຍຄົນເປັນຫ່ວງ ແລະ ກັງວົນ ເຊິ່ງມີຕົ້ນກຳເນີດການລະບາດຈາກສັດ ສູ່ ຄົນ ແລະ ລະຫວ່າງຄົນ ສູ່ ຄົນ ແຕ່ສະເພາະຄົນ. ສຳລັບວິທີປ້ອງກັນແມ່ນໃຫ້ຫຼີກລ່ຽງການສໍາຜັດໂດຍກົງກັບຜູ້ຕິດເຊື້ອ ຫຼື ຜູ້ທີ່ກໍລະນີສົງໄສ.

        ໃນວັນທີ 27 ພຶດສະພາ 2022 ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບກັບພະຍາດໝາກສຸກລີງ (Monkeypox) ໂດຍຕາງໜ້າຖະແຫຼງໂດຍທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ kiyohiko Isumi ວິຊາການຈາກທີມງານຕອບໂຕ້ຕໍ່ເຫດການສຸກເສີນ ທາງດ້ານສາທາລະນະສຸກ ອົງການອະນາໄມໂລກປະຈຳ ສປປ ລາວ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

        ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໄດ້ກ່າວບວ່າ: ພະຍາດ ໝາກສຸກລີງ (Monkeypox) ແມ່ນເກີດຈາກເຊື້ອຈຸລະໂລກ (ໄວຣັດ) ຕິດຕໍ່ຈາກສັດສູ່ຄົນ ເກີດຈາກໄວຣັດ (Monkeypox) ເຊິ່ງຢູ່ໃນກຸ່ມຂອງ Orthopoxvirus ແລະ ຄອບຄົວດຽວກັບ poxviridea Monkeypox ແມ່ນມາຈາກການຄົ້ນພົບເບື້ອງຕົ້ນຂອງເຊື້ອໄວຣັດໃນລີງຢູ່ຫ້ອງທົດລອງຂອງເດນມາກໃນປີ 1958 ກໍລະນີທໍາອິດຂອງມະນຸດໄດ້ຖືກພົບເຫັນຢູ່ໃນເດັກນ້ອຍໃນສາທາລະນະລັດປະຊາທິປະໄຕຄອງໂກໃນປີ 1970  ພະຍາດ Monkeypox ບໍ່ແມ່ນພະຍາດທີ່ເກີດຂື້ນໃໝ່ ພົບຫຼາຍທີ່ຜ່ານມາໃນຂົງເຂດອາຟຣິກກາກາງ ແລະ ອາຟຣິກກາຕາເວັນຕົກໂດຍສະເພາະເຂດອາກາດຮ້ອນຊຸ່ມທີ່ໃກ້ກັບປ່າ.

       ສຳລັບເສັ້ນທາງການຕິດຕໍ່: ການກິນຊີ້ນທີ່ປຸງແຕ່ງບໍ່ສຸກ ແລະ ຊີ້ນສັດປ່າ ທີ່ຕິດເຊື້ອແມ່ນເປັນປັດໃຈສ່ຽງທີ່ເປັນໄປໄດ້ພາໃຫ້ຕິດເຊື້ອ Monkeypox ເວລາຕິດເຊື້ອແມ່ນຈະຫາຍດີເອງໂດຍບໍໄດ້ປີ່ນປົວ ແຕ່ອາການອາດຈະຮ້າຍແຮງໃນບາງບຸກຄົນ ເຊັ່ນ: ເດັກນ້ອຍ ແມ່ຍິງຖືພາ ຫຼື ຜູ້ທີ່ມີພູມຕ້ານທານຕ່ຳຍ້ອນສະພາບສຸຂະພາບອື່ນໆ ອັດຕາການເສຍຊີວິດແມ່ນລະຫ່ວາງ 0-11%.

      ເຊື້ອໄວຣັສ Monkeypox ແມ່ນຕິດຕໍ່ຈາກຄົນຫນຶ່ງໄປອີກຄົນຫນຶ່ງໂດຍການສຳຜັດໃກ້ຊິດກັບບາດແຜ ນ້ໍາໃນຮ່າງກາຍ ຂີ້ກະເທີ່ ນ້ຳລາຍຂອງຄົນຕິດເຊື້ອ ລວມທັງ ທາງເພດສຳພັນ ແລະ ອຸປະກອນການປົນເປື້ອນເຊັ່ນ: ຜ້າປູບ່ອນນອນ ຜ້າເຊັດໂຕ ເຄື່ອງໃຊ້ຮ່ວມກັນ.

      ໄລຍະເວລາ ການບົ່ມເຊື້ອຂອງ monkeypox ປົກກະຕິແລ້ວແມ່ນຈາກ 6 ຫາ 13 ມື້ແຕ່ສາມາດບົ່ມເຊື້ອຕັ້ງແຕ່ 5 ຫາ 21 ມື້ ພະຍາດນີ້ບໍ່ແມ່ນພະຍາດທີ່ຕິດຕໍ່ໄດ້ງ່າຍໆຄືກັບພະຍາດໂຄວິດ ແຕ່ຈະຕິດສະເພາະຜູ້ທີ່ໄດ້ສຳຜັດຈັບບາຍກັບຜູ້ຕິດເຊື້ອພະຍາດເທົ່ານັ້ນ.

     ກໍລະນີສົງໃສ: ບຸກຄົນໃດໜຶ່່ງ ທີ່ບໍ່ອາໄສຢູ່ເຂດທີ່ມີການລະບາດບົ່ມຊ້ອນຂອງພະຍາດ Monkeypox ທີ່ມີຕຸ່ມເກີດຂຶ້ນກະທັນຫັນ ໂດຍທີ່ບໍ່ສາມາດອະທິບາຍສາເຫດໄດ້ ແລະ ມີໜຶ່ງ ຫຼື ຫຼາຍອາການດັ່ງລຸ່ມນີ້: ເຈັບຫົວ ໄຂ້ກະທັນ (>38.50 C) ກ້ອນກະດັນໄຄ່ ບວມປວດກ້າມຊີ້ນ ຫຼື ປວດຕົນໂຕ ເຈັບຫຼັງ ອ່ອນແຮງກ້າມຊີ້ນ ແລະ ບໍ່ສາມາດອະທິບາຍສາເຫດຂອງຕຸ່ມທີ່ເກີດຂຶ້ນໄດ້ຈາກພະຍາດທີ່ພົບເຫັນໄດ້ເລື້ອຍໆ ເຊັ່ນວ່າ: ໝາກໃສ (varicella zoster) ຕານເຕັ້ນ (herpes zoster) ໝາກແດງໃຫຍ່ (measles) herpes simplex ການຊຶມເຊື້ອຜິວໜັງຍ້ອນເຊື້ອຈຸລິນຊີ ການຕິດເຊື້ອພະຍາດໜອງໃນແທ້ ພະຍາດ syphilis ຂັ້ນ 1 & 2 ແຜຮີມອ່ອນ (chancroid) lymphogranuloma venereum ຝີໝາກມ່ວງ (granuloma inguinale) molluscum contagiosum ປະຕິກິລິຍາຂອງອາການແພ້ ແລະ ສາເຫດອື່ນໆທົ່ວໄປທີ່ພົບໃນທ້ອງຖິ່ນ ທີ່ເປັນສາເຫດຂອງຜືນແດງ ຫຼື ຕຸ່ມໃສ.

ວິທີການປ້ອງກັນ

 – ຫຼີກລ່ຽງການສໍາພັດໂດຍກົງກັບຜູ້ຕິດເຊື້ອ ຫຼື ຜູ້ທີ່ກໍລະນີສົງໃສ: ການກວດຫາ ເຊື້ອ ແລະ ການປີ່ນປົວ    – ຖ້າມີອາການ ຕຸ່ມຜື່ນແດງ ພ້ອມກັບອາການໄຂ້ ຫຼື ຮູ້ສຶກບໍ່ສະບາຍ ຫຼື ເຈັບປ່ວຍ ຫຼື ເດີນທາງໄປບ່ອນທີ່ມີການລະບາດພະຍາດນີ້ ຄວນໄປພົບແພດເພື່ອກວດຫາ ເຊື້ອພະຍາດ Monkeypox ຖ້າມີກໍລະນີສົງໃສ ຫຼື ຢັ້ງຍືນການຕິດເຊື້ອແລ້ວ ຄວນແຍກຕົວອອກຈາກຄົນອື່ນຈົນກວ່າຮອຍສະເກັດຈະຫຼຸດອອກ ແລະ ງົດການມີເພດສຳພັນ.

       ທຸກຄົນທີ່ເບິ່ງແຍງຄົນເຈັບ ຄວນໃຊ້ມາດຕະການປ້ອງກັນຕົນເອງທີ່ເໝາະສົມ ລວມທັງການໃສ່ຜ້າອັດປາກ-ດັງ ອະນາໄມສິ່ງຂອງ ແລະ ພື້ນຜິວທີ່ຖືກສຳຜັດ.

error: Content is protected !!