ຜົນຮ້າຍຂອງຢາສູບ ກໍ່ໃຫ້ເກີດພະຍາດຮ້າຍແຮງນໍາໄປສູ່ການເຈັບປ່ວຍ-ເສຍຊີວິດກ່ອນໄວອັນຄວນ

ທ່ານ ດ​ຣ ພອນ​ປະ​ເສີດ ອຸ​ນາ​ພົມ ຫົວ​ໜ້າ​ກົມ​ອະ​ນາ​ໄມ ແລະ ສົ່ງ​ເສີມ​ສຸ​ຂະ​ພາບ ໃຫ້ສໍາພາດໃນ​ວັນ​ທີ 25 ພຶດສະພາ 2022 ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ວ່າ: ວັນທີ 31 ພຶດສະພາ ຂອງທຸກໆປີແມ່ນວັນຕ້ານການສູບຢາໂລກ (World No tobacco day) ສະນັ້ນໃນວັນດັ່ັງກ່າວຄົນທັງໂລກຈຶ່ງໄດ້ມີການສໍາມະນາເຜີຍແຜ່ເພື່ອໃຫ້ຄົນໄດ້ເຂົ້່າໃຈເຖິງຜົນຮ້າຍຂອງການສູບຢາ ແລະ ຫຼຸດຜ່ອນການສູບຢາກໍລະນີໃໝ່ໃຫ້ໜ້ອຍລົງ ແລະ ຫຼຸດຜ່ອນອັດການເຈັບເປັນ ແລະ ການຕາຍຍ້ອນຜົຍຮ້າຍຂອງຢາສູບ ຄົນລາວ ເຮົາເສຍຊີວິດ ຍ້ອນພະຍາດທີ່ເກີດຈາກການສູບຢາ ປີໜຶ່ງປະມານ 7.000 ຄົນ ແລະ    ສະເລຍມີຜູ້ເສຍຊີວິດຍ້ອນ 19 ຕໍ່ມື້ ຢາສູບເປັນສາເຫດການຕາຍດ່ຽວອັນດັບ 1 ຂອງຄົນໃນໂລກ ມີຜູ້ເສຍຊີວິດປະມານ 8 ລ້ານຄົນຕໍ່ປີ ຖ້າບໍ່ມີການຄວບຄຸມທີ່ມີປະສິດທິຜົນການຕາຍນີ້ຈະເພີ່ມຂຶ້ນເປັນ 2 ເທົ່າ ຫຼື ປະມານ 1 ຕື້ຄົນ ພາຍໃນສັດຕະວັດນີ້.

ການສໍາຫຼວດການສູບຢາ ປີ 2012 ຄົນລາວ ສູບຢາ 25% ແລະ ເພີ່ມຂຶ້ນເປັນ 28% ໃນປີ 2015 ໃນນັ້ນແມ່ນເພດຍິງຢູ່ປະມານ 07-08% ສ່ວນການສູບຢາຂອງໄວໜຸ່ມພົບວ່າ ການສູບຢາສູບໄຟຟ້າ ກຳລັງມາແຮງເຊິ່ງເປັນຢຸດທະວິທີໃໝ່ຂອງບໍລິສັດຢາສູບທີ່ ດຶງດູດລໍ້ລວງຈິດໃຈຂອງຄົນໄວໜຸ່ມໃຫ້ມີຄວາມຫຼົງໄຫຼ ກັບ ອຸປະກອນການສູບທີ່ທັນສະໄໝ ແລະ ຍັງເຂົ້າໃຈຜິດວ່າ ບໍ່ແມ່ນຢາສູບ ຈາກການສຳຫຼວດໄວໜຸ່ມພົບວ່າໄວໜຸ່ມຊາຍ ສູບຢາສູບໄຟຟ້າ 05% ໄວໜຸ່ມຍິງ 3,7% (2016) ຜົນຮ້າຍຂອງຢາສູບ ກໍ່ໃຫ້ເກີດພະຍາດຮ້າຍແຮງຕ່າງໆນໍາໄປສູ່ການເຈັບປ່ວຍຊໍາເຮື້ອ ແລະ ເສຍຊີວິດກ່ອນໄວອັນຄວນ ເປັນຈໍານວນຫຼາຍໃນແຕ່ລະວັນ ເຊັ່ນ: ມະເຮັງ 16 ອະໄວຍະວະໃນຮ່າງກາຍ ພະຍາດຫົວໃຈເສັ້ນເລືອດ ປອດຊຳເຮື້ອ ເບົາຫວານ ຄວາມດັນເລືອດສູງ ວັນນະໂລກ ກະດູກພ່ອຍ ແລະ ອື່ນໆ.

ກົດໝາຍສະບັບໃໝ່ ໄດ້ປັບປຸງເນື້ອໃນຫຼັກ ໂດຍເລັ່ງໃສ່ໃຫ້ມີການຫຼຸດຜ່ອນການສູບຢາ: ຍ້າຍບ່ອນອະນຸຍາດສູບຢາ ອອກຈາກອາຄານທັງໝົດ ຕິດປ້າຍຄໍາເຕືອນ ພ້ອມສະຫຼາກ 75% ໃສ່ຊອງຢາສູບ ລາຍງານສ່ວນປະກອບ ສ່ວນປະສົມ ແລະ ສານທີ່ເກີດຈາກການເຜົາໄໝ້ຂອງ ຢາສູບແຕ່ລະຍີ່ຫໍ້ ໃຫ້ກະຊວງສາທາລະນະສຸກ ເພື່ອເປີດເຜີຍຕໍ່ປະຊາຊົນຜູ້ທີ່ຊົມໃຊ້ ໃຫ້ຮູ້ເຖິງໄພອັນຕະລາຍທີ່ຈະເກີດຕໍ່ສຸຂະພາບ ຜູ້ຂາຍຍົກ-ຂາຍຍ່ອຍຕ້ອງໄດ້ຮັບອະນຸຍາດໃນຂະແໜງອຸດສາຫະກຳ ປົກປິດບໍ່ໃຫ້ເຫັນຊອງຢາສູບເວລາຂາຍຢູ່ໜ້າຮ້ານ ຫ້າມຜະລິດ ນໍາເຂົ້າ-ສົ່ງອອກ ສົ່ງຜ່ານ ຊື້ຂາຍຢາສູບຮູບ ແບບໃໝ່ ຫ້າມການໂຄສະນາທຸກຮູບແບບ ຫ້າມການສ້າງຕັ້ງໂຮງງານ-ຂຶ້ນມາໃໝ່ ຫ້າມເດັກທີ່ມີອາຍຸຕໍ່າກວ່າ 18 ປີ ຊົມໃຊ້ຢາສູບ.

ສະນັ້ນ ໃນໂອກາດວັນຕ້ານຢາສູບໂລກ ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນທົ່ວສັງຄົມທັງພາກລັດ ແລະ ເອກະຊົນ ລວມທັງຫົວໜ່ວຍທຸລະກິດຢາສູບ ພ້ອມກັນເອົາໃຈໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຂໍຄວາມມືຈາກພາກສ່ວນສື່ມວນຊົນ ໃນການອອກແຮງປຸກລະດົມໂຄສະນາ.

error: Content is protected !!