ຈັດແຂ່ງຂັນເປຕັງ ຊີງຂັນທ່ານຮອງເຈົ້າຄອງ ສະຫຼອງວັນສໍາຄັນຂອງຊາດ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນກີລາເປຕັງ ຊີງຂັນທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ຂຶ້ນໃນວັນທີ 27 ພຶດສະພາ 2022 ຢູ່ພະແນກສຶກສາທິການ ແລະ ກີລາ ນວ (ເຂດບຶງຂະຫຍອງ) ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ຂອງພັກ ໂດຍສະເພາະແມ່ນສ້າງຂະບວນການຕ້ອນຮັບວັນເດັກນ້ອນສາກົນ ຄົບຮອບ 98 ປີ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 50 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

    ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໃຫ້ສໍາພາດວ່າ:ການແຂ່ງຂັນສ້າງຂະບວນການຄັ້ງນີ້ ເພື່ອເປັນການຕ້ອນຮັບວັນສໍາຄັນຂອງຊາດ ນອກຈາກນີ້ ຍັງເປັນສ້າງຄວາມສາມັກຄີ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານລັດຖະກອນອ້ອມຂ້າງ ນວ ໃຫ້ມີຂະບວນການຟົດຟື້ນ ແລະ ມີຄວາມໝາຍຍິ່ງໆຂຶ້ນໄປ ແນວໃດກໍຕາມ ໄລຍະຜ່ານມາ ເຫັນວ່າຂະບວນການແຂ່ງຂັນມິດງຽບຫຼາຍ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ ນວ ພວກເຮົາບໍ່ມີຂະບວນຟົດຟື້ນ ເຊິ່ງມື້ນີ້ໄດ້ມີໂອກາດດີຈຶ່ງໄດ້ຈັດການແຂ່ງຂັນດັ່ງກ່າວ ໂດຍການແຂ່ງຂັນຄັ້ງນີ້ ແບ່ງອອກເປັນ 2 ປະເພດ ຄື:ປະເພດທີມຊາຍ ແລະ ທີມຍິງ (ທີມຊຸດ) ໃນນັ້ນ ທີມຊາຍ ມີ 60 ທີມ ແລະ ທີມຍິງ 20 ທີມ.​

error: Content is protected !!