ການນຳຂັ້ນສູງ ຕ້ອນຮັບຄະນະຜູ້ແທນນະຄອນໂຮ່ຈີມິງ

     ວັນທີ 26 ພຶດສະພາ 2022 ຢູ່ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນໂຮ່ຈີມິງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບການນຳນະຄອນຫຼວງວຽງຈັນ ວັນທີ 25-27 ພຶດສະພາ 2022.

    ໂອກາດນີ້ ການນໍາຂັ້ນສູງລາວເຮົາໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນຂອງຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິງຄັ້ງນີ້ ໃນທ່າມກາງທີ່ສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພວມກະກຽມຈັດຕັ້ງສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ ຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ທີ່ຈະຄົບຮອບອີກບໍ່ເທົ່າໃດເດືອນຂ້າງໜ້ານີ້ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ເຊິ່ງການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິງຢູ່ນະຄອນຫຼວງວຽງຈັນຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນການສະເຫຼີມສະຫຼອງສອງວັນປະຫວັດສາດດັ່ງກ່າວ ທີ່ການນຳຂັ້ນສູງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິງຈະໄດ້ທົບຄວນຫວນຄືນ ຕີລາຄາຜົນສຳເລັດການຮ່ວມມືສອງຝ່າຍໃນຜ່ານມາ ແລະ ສືບຕໍ່ປຶກສາຫາລືການພົວພັນຮ່ວມມືໃນປີຕໍ່ໆໄປ ພ້ອມນີ້ ການນຳຂັ້ນສູງຍັງໄດ້ຊຸກຍູ້ໃຫ້ການນຳສອງນະຄອນ ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນສະພາບທີ່ສອງປະເທດພວມປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການລະບາດຂອງພະຍາດໂຄວິດ-19  ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວໄປຍັງການນຳຂັ້ນສູງຫວຽດນາມ ກໍຄືຄູ່ຮ່ວມຕຳແໜ່ງດຽວກັນ  ແລະ ອວຍພອນໃຫ້ຄະນະຜູ້ແທນນະຄອນໂຮ່ຈີມິງ ຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ຕື່ມອີກ.

    ຕອນທ້າຍ ທ່ານ ຫງວຽນ ວັນເນນ ໄດ້ສະແດງຄວາມຂອບໃຈມາຍັງການນໍາຂັ້ນສອງຂອງລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຜົນສຳເລັດຂອງການພົບປະກັບການນຳຂັ້ນສູງນະຄອນຫຼວງວຽງຈັນ ທີ່ມີຫຼາຍແຜນວຽກ ແລະ ຫຼາຍກິດຈະກຳທີ່ສອງຝ່າຍໄດ້ຕົກລົງສືບຕໍ່ຮ່ວມມືກັນ ເພື່ອເຮັດໃຫ້ການພົວພັນຮ່ວມມືສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະ ການຮ່ວມມືລະ ຫວ່າງນະຄອນໂຮ່ຈີມິງ ແລະ ນະຄອນຫຼວງວຽງຈັນ ທີ່ມີມາດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນ ຈະເລີນງອກງາມຍິ່ງຂຶ້ນໄປເລື້ອຍໆ.

# ຂ່າວ-ພາບ: ຂັນທະວີ

error: Content is protected !!