ເມືອງສັງທອງ ຈັດກອງປະຊຸມເອກະພາບຕົວເລກເສດຖະກິດ-ສັງຄົມ 5 ປີ

   ວັນທີ 26 ພຶດສະພາ 2022 ທີ່ສະໂມສອນເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເອກະພາບຕົວເລກເສດຖະກິດ-ສັງຄົມ 5 ປີ ພາຍໃຕ້ການເປັນປະທານຂອງທ່ານ ໄຊຍະບັດ ຊຸ່ມມະນີວົງ ຮອງເຈົ້າເມືອງສັງທອງ ມີທ່ານ ວຽງຄໍາ ສົມສະອາດ ຫົວໜ້າສູນສະຖິຕິແຫ່ງຊາດ ທ່ານ ເລື່ອນ ສົນສີວິໄລ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍບັນດາພະນັກງານວິຊາການ ຈາກສູນ ນະຄອນຫຼວງ ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂດຍປະຕິບັດຕາມແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ແລະ ວິໄສທັດຮອດປີ 2030 ແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ຍຸດທະສາດສະຖິຕິ ( 2021 – 2025 ) ຂອງສູນສະຖິຕິປະຈໍານະຄອນຫຼວງວຽງຈັນ ຕິດພັນກັບການຈັດຕັ້ງປະຕິບັດ 5 ຍຸດທະສາດແຜນງານດໍາເນີນງານທີ່ສໍາຄັນຂອງສູນສະຖິຕິຂັ້ນເມືອງ ຈຸດປະສົງກໍຄື: ການສ້າງວາບະສານຂໍ້ມູນຂ່າວສານຂັ້ນເມືອງ ໂດຍເກັບກໍາຂໍ້ມູນຂອງຫ້ອງການແຜນການທຸກໆປີ ສ້າງວາລະສານປະຈໍາປີ ວາລະສານ 5 ປີ ເພື່ອວາງແຜນປະເມີນການຈັດຕັ້ງປະຕິບັດແຕ່ລະໄລຍະ ຄິດໄລ່ລວມຍອດລາຍຮັບຂັ້ນເມືອງທຸກໆປີ ສະຫຼຸບລາຍງານ ສ້າງບົດລາຍງານ ລວມຍອດລາຍຮັບທຸກໆປີ ແລະ 5 ປີ ເພື່ອລາຍງານຄະນະຊີ້ນໍາຂັ້ນເມືອງ ສ້າງເວັບໄຊໃຫ້ຫ້ອງວ່າການເມືອງເຂົ້າໃນການເຜີຍແຜ່ຂໍ້ມູນສະຖິຕິທາງການຂັ້ນເມືອງ ແລະ ນິຕິກໍາແຜນ 5 ປີ ແລະ ແຜນການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານອື່ນຂັ້ນເມືອງ ເຂົ້າໃນລະບົບອອນລາຍ ເກັບກໍາຂໍ້ມູນສະຖິຕິຊັ້ນບ້ານທຸກໆປີ ສ້າງເປັນບົດລາຍງານພົນລະເມືອງທຸກໆປີ ແລະ ບົດລາຍງານຂັ້ນເມືອງ 5 ປີ ໃຫ້ເຫັນໄດ້ຈັງວະການຂະຫຍາຍຕົວຂອງພົນລະເມືອງຂັ້ນເມືອງ ສໍາຫຼວດ ແລະ ພັດທະນາລະບົບຖານຂໍ້ມູນເປັນລະບົບອອນລາຍຂັ້ນເມືອງ ແລະ ຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ເຂົ້າໃຈ ແລະ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.

     # ຂ່າວ – ພາບ :   ວຽງມາ

error: Content is protected !!