ວິທະຍາຄານກົມມະດຳ ສຳຫຼວດ-ຕີລາຄາແບ່ງປະເພດຄຸນນະພາບສະມາຊິກພັກ

    ວັນທີ 25 ພຶດສະພາ 2022 ຜ່ານມານີ້ ໜ່ວຍພັກຄະນະວິຊາຄູ ວຽກງານພັກ-ວຽກງານການເມືອງ ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳ. ໄດ້ເປີດກອງປະຊຸມສຳຫຼວດ-ຕີລາຄາແບ່ງປະເພດຄຸນນະພາບຂອງສະມະຊິກພັກ ປະຈຳປີ 2022 ໂດຍການເປັນປະທານຂອງສະຫາຍ ພັນໂທ  ຫີນເພັດ ລັດຕະນະ ໄພວັນ ຄະນະພັກຮາກຖານ ເລຂາໜ່ວຍພັກ ຫົວໜ້າຄະນະວິຊາຄູວຽກງານພັກ-ວຽກງານການເມືອງ ຫ້ອງອົບຮົມ-ກໍ່ສ້າງວິທະຍາຄານກົມມະດຳ ພ້ອມດ້ວຍຄະນະພັກ ມີບັນດາສະມາຊິກພັກເຂົ້າຮ່ວມ.

    ກອງປະຊຸມໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປະເມີນຕີລາຄາຄຸນນະພາບ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກປອດໄສ ເຂັ້ມແຂງ ໜັກແໜ້ນປີ 2022. ພາຍຫຼັງເຊື່ອມຊືມເອກະສານສຳເລັດ ແຕ່ລະສະຫາຍກໍໄດ້ຜ່ານໃບສຳຫຼວດຕົນເອງ ແລະ ໃຫ້ຄະແນນຕົນເອງ ການປະເມີນຕີລາຄາຈັດປະເພດ ແມ່ນໄດ້ດຳເນີນໄປຕາມຂັ້ນຕອນ ແລະ ວີທີການຢ່າງຖືກຕ້ອງ ໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳໆພາ ສະມາຊິກພັກແຕ່ລະສະຫາຍແມ່ນມີຄວາມຈີງໃຈໃນການປະເມີນຕົນເອງ ຈາກໜູ່ຄະນະ ໄດ້ພ້ອມກັນຕຳນິກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອປັບປຸງດ້ານທີ່ຄົງຄ້າງໃຫ້ດີຂື້ນໃນຕໍ່ໝ້າ ແລະ ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ໂດຍສຸມໃສ່ໃນການກໍ່ສ້າງພັກທາງດ້ານຄຸນທາດການເມືອງ ດ້ານແນວຄິດ ດ້ານການຈັດຕັ້ງ ແລະ ແບບແຜນວິທີນໍາພາ ຖືເປັນສຳຄັນຕໍ່ວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ – ສະມາຊິກພັກທຸກສະຫາຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ ມີສະຕິລະວັງຕົວສູງ ຈຳແນກໄດ້ມິດ ສັດຕູຈະແຈ້ງ ຍົກສູງສະຕິຕໍ່ການຈັດຕັ້ງ ປະຕິບັດຂໍ້ກຳນົດກົດລະບຽບຂອງພັກກົດໜາຍຂອງລັດ ແລະ ລະບຽບວິໄນຂອງກອງທັບວາງອອກຢ່າງເຂັ້ມງວດ.

    ຜ່ານການຈັດຕັ້ງປະຕິບັດ ໃນການສຳຫຼວດກວດກາ ຕີລາຄາຈັດແບ່ງຄຸນນະພາບບຸກຄົນຂອງສະມາຊິກພັກ ແລະ ໜ່ວຍພັກ ຕາມເງື່ອນໄຂ 5 ມາດຖານຂອງໜ່ວຍພັກ ສາມາດຄັດເລືອກໄດ້ສະມາຊິກພັກແຂງໄດ້ 100% ຂອງສະມາຊິກພັກ. ຕະຫຼອດໄລຍະຜ່ານມາ ໜ່ວຍພັກຄະນະວິຊາຄູ ວຽກງານພັກ-ວຽກງານການເມືອງ ກົມກອງພວກເຮົາ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງຫນັກແໜ້ນ ສະໄຫທີ 2 ຕິດຕໍ່ກັນ.

# ຂ່າວ: ວັນນະເລດ ລໍວັນໄຊ.

# ພາບ: ພູທອນ.

error: Content is protected !!