ສ ເກົາຫຼີ ມີຄວາມຕ້ອງການແຮງງານລາວປີລະຫຼາຍກວ່າ 1 ພັນຄົນ

     ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ໄດ້ໃຫ້ສຳພາດໃນວັນທີ 26 ພຶດສະພາ 2022 ວ່າ: ພາຍໃຕ້ການຮ່ວມມືລະຫວ່າງກະຊວງ ຮສສ ແຫ່ງ ສປປ ລາວ ແລະ ກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສ. ເກົາຫຼີ ໂດຍໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ຕາມລະບົບການອະນຸຍາດການຈ້າງງານ (EPS) ໃນວັນທີ 9 ກັນຍາ 2016 ມາເຖິງປັດຈຸບັນ ການຈັດສົ່ງຜູ້ອອກແຮງງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ແມ່ນຈັດຕັ້ງປະຕິບັດໂດຍຜ່ານ 2 ລະບົບຄື:

    1). ລະບົບ Employment permission system  (EPS)  ເປັນລະບົບໄລຍະຍາວ 3-5 ປີ  ແມ່ນເຮັດວຽກໃນຂະແໜງອຸດສາຫະກຳຂະໜາດນ້ອຍ ແລະ ກາງ (ໂຮງງານຕ່າງໆ) ມີຄວາມຕ້ອງການ 500-1.000 ຄົນຕ່ໍປີ

    2). ລະບົບ Seasonal Worker (SW) ເປັນລະບົບໄລຍະສັ້ນ ເຮັດວຽກຕາມລະດູການ 3-6 ເດືອນ ສ່ວນໃຫຍ່ແລ້ວແມ່ນເຮັດວຽກດ້ານກະສິກຳ ພາຍໃນເດືອນມິຖຸນານີ້ ແມ່ນມີຄວາມຕ້ອງການຫຼາຍກວ່າ 1.000 ຄົນ ໃນບັດຈຸບັນ ສາມາດຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ ແລ້ວຈຳນວນທັງໝົດ 632 ຄົນ, ຍິງ 19 ຄົນ.

     ສຳລັບການໄປເຮັດວຽກຢູ່ ສ.ເກົາຫຼີ ທັງສອງລະບົບນັ້ນ ແມ່ນຢູ່ພາຍໃຕ້ການອະນຸຍາດຂອງພາກສ່ວນກະຊວງ ຮສສ ເທົ່ານັ້ນ ຖ້າຫາກມີຂະແໜງການອື່ນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນມີການດຳເນີນການຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ ໂດຍບ່ໍໄດ້ຮັບອະນຸຍາດຈາກກະຊວງ ຮສສ ແມ່ນຜິດຕໍ່ລະບຽບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ສະນັ້ນ ຂໍໃຫ້ຜູ້ອອກແຮງງານ ແລະ ພົນລະເມືອງລາວທົ່ວໄປ ຈົ່ງຮັບຮູ້ຂໍ້ມູນດັ່ງກ່າວ ແລະ ບອກຕ່ໍກັນໄປຢ່າງກວ້າງຂວາງ  ເພື່ອເຮັດໃຫ້ການໄປເຮັດວຽກຢູ່  ສ. ເກົາຫຼີ  ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງຫຼຸດຜ່ອນບັນຫາການຕົວະຍົວະ ແລະ ຫຼອກຫຼວງຂອງກຸ່ມຄົນທີ່ບ່ໍດີ ຊອກຫາຜົນປະໂຫຍດຈາກແຮງງານດັ່ງກ່າວ.

    ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວຕື່ມວ່າ: ການໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະບົບ EPS ແມ່ນຈະໄດ້ຮັບເງິນເດືອນປະມານ 1.500 ໂດລາສະຫະລັດ/ເດືອນ (ບໍ່ລວມເຮັດວຽກເພີ່ມໂມງ) ສຳລັບຄ່າໃຊ້ຈ່າຍແມ່ນຜູ້ອອກແຮງງານຮັບຜິດຊອບເອງ ລວມທັງໝົດປະມານ 1.100 ໂດລາ ປະກອບມີ ຄ່າຮຽນພາສາເກົາຫຼີ ຄ່າລົງທະບຽນສອບເສັງ ຄ່າວີຊາແຮງງານ ຄ່າກວດພະຍາດ ຄ່າປະກັນໄພ ຄ່າປີ້ຍົນໄປ (ບໍ່ລວມປີ້ຍົນກັບ ເພາະໄລຍະຍາວບໍ່ສາມາດຄາດຄະເນໄດ້) ແລະ ຄ່າເອກະສານອື່ນໆ ການໄປເຮັດວຽກຕາມລະດູການ ແມ່ນຈະໄດ້ຮັບເງິນເດືອນປະມານ 1.570 ໂດລາ /ເດືອນ (ບໍ່ລວມເຮັດວຽກເພີ່ມໂມງ) ຖ້າໄລຍະ 5 ເດືອນ ກໍຈະໄດ້ທັງໝົດປະມານ 7.850 ໂດລາ ສໍາລັບຄ່າໃຊ້ຈ່າຍທັງໝົດ ແມ່ນຜູ້ອອກແຮງງານເປັນຜູ້ຮັບຜິດຊອບເອງຊຶ່ງມີປະມານ 2.780 ໂດລາ ເປັນຕົ້ນແມ່ນ ຄ່າໂຄສະນາ ແລະ ບໍລິຫານແຮງງານ ຄ່າປີ້ຍົນໄປ-ກັບ ຄ່າເຝິກອົບຮົມກ່ອນການຈັດສົ່ງ ລວມທັງທີ່ພັກ ແລະ ອາຫານ ກວດສຸຂະພາບກ່ອນການເດີນທາງ ກວດໂຄວິດ ວີຊ່າແຮງງານ ປະກັນໄພ ຄ່າເອກະສານອື່ນໆ ນອກຈາກຄ່າໃຊ້ຈ່າຍດັ່ງກ່າວນັ້ນແລ້ວ ຜູ້ອອກແຮງງານຕ້ອງໄດ້ວາງເງິນມັດຈໍາ ຈໍານວນ 3.000 ໂດລາ ຫຼື ໃບຕາດິນ ເພື່ອປ້ອງກັນການຫຼົບໜີຈາກນາຍຈ້າງອອກຈາກແຮງງານ ເຊິ່ງຈະເປັນພາລະອັນໜັກໜ່ວງຂອງກະຊວງ ຮສສ ແລະ ບໍລິສັດ ທີ່ຈະຕ້ອງໄດ້ຮັບຜິດຊອບ ເພາະອາດເຮັດໃຫ້ ສປປ ລາວ ຖືກໂຈະ ແລະ ຢຸດການຈັດສົ່ງໄປເຮັດວຽກຢູ່ ສ.ເກົາຫຼີ ໃນກໍລະນີມີແຮງງານຫຼົບໜີຈາກນາຍຈ້າງ ແລະ ບໍ່ກັບຄືນປະເທດ.

    ສຳລັບຜູ້ອອກແຮງງານລາວ ຜູ້ທີ່ມີອາຍຸ 25-45 ປີ ສົນໃຈໄປເຮັດວຽກຢູ່ ສ.ເກົາຫຼີ ສາມາດຕິດຕໍ່ພົວພັນນໍາພະແນກຈັດຫາງານໄປຕ່າງປະເທດ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເບີໂທ: 021 217738, 02056499474 (ບໍລິສັດ ສະຫວັນບໍລິການຈັດຫາງານ) ແລະ 02028039811 (ບໍລິສັດ ໄອຈ໋ອບ ຈຳກັດ).

        # ຂ່າວ – ພາບ :   ເພັດສະໝອນ

error: Content is protected !!