ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິງ ປຶກສາຫາລືການຮ່ວມມື

    ພິທີພົບປະລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ນໍາໂດຍທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງວຽງຈັນ ກັບຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິງ ສສ ຫວຽດນາມ ນຳໂດຍທ່ານ ຫງວຽນ ວັນ ເນນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນໂຮ່ຈີມິງ ຈັດຂຶ້ນວັນທີ 26 ພຶດສະພາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິງເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນວ ວັນທີ 25-27 ພຶດສະພາ 2022.

    ການພົບປະຄັ້ງນີ້ ສອງຝ່າຍໄດ້ຜັດປ່ຽນກັນແຈ້ງສະພາບການພັດທະນານະຄອນຂອງຕົນໃຫ້ກັນ ແລະ ກັນຊາບ ພ້ອມທັງຕີລາຄາການພົວພັນຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຜ່ານມາ ສະພາບເສດຖະກິດ ການລະບາດຂອງພະຍາດໂຄວິດ-19 ພ້ອມທັງປຶກສາຫາລືການຮ່ວມມືໃນຕໍ່ໜ້າ ເຊິ່ງສອງນະຄອນຈະສືບຕໍ່ການຮ່ວມມືທີ່ໄດ້ລົງນາມກັນໃນໄລຍະຜ່ານມາ ເປັນຕົ້ນ ກົນໄກການຮ່ວມມືໃນບາງໂຄງການທີ່ເປັນບູລິມະສິດຂອງສອງນະຄອນທີ່ເຫັນວ່າຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດເທົ່າທີ່ຄວນ ຄື: ໂຄງການປັບປຸງລະບົບຈັດເກັບລາຍຮັບຂອງ ນວ ໂດຍການຊ່ວຍເຫຼືອລ້າຂອງນະຄອນໂຮ່ຈີມິງ ມູນຄ່າ 5 ແສນໂດລາ ໂຄງການປັບປຸງງົວພັນຊີ້ນ ນວ ໂຄງການສ້າງສູນການຄ້າການທ່ອງທ່ຽວຂອງສອງນະຄອນ ໂຄງການບໍລິຫານລັດດ້ວຍເອເລັກໂຕຣນິກ ນອກນີ້ ຍັງໄດ້ສະເໜີໃຫ້ຝ່າຍນະຄອນໂຮ່ຈີມິງຊ່ວຍຊຸກຍູ້ຊີ້ນໍາບັນດາກິດຈະກໍາຮ່ວມຂອງສອງນະຄອນໃນການສະຫຼອງສອງວັນປະຫວັດສາດ ຕາມວາລະຄາດຄະເນ ນວ ນໍາໂດຍສະຫາຍເຈົ້າຄອງ ນວ ຈະໄດ້ນໍາພາຄະນະເດີນທາງໄປຢ້ຽມຢາມ ເຮັດວຽກ ແລະ ຈັດກິດຈະກໍາຕ່າງໆຢູ່ນະຄອນໂຮ່ຈິມິງໃນທ້າຍເດືອນສິງຫາ ຫຼື ຕົ້ນເດືອນກັນຍາທີ່ຈະມາເຖິງນີ້.

    ໃນໂອກາດທີ່ຄະນະຜູ້ແທນມາຢ້ຽມຢາມຄັ້ງນີ້ ນະຄອນໂຮ່ຈີມິງຍັງໄດ້ມອບທຶນການສຶກສາລະດັບປະລິນຍາຕີ ແລະ ປະລິນຍາໂທ 40 ທຶນໃຫ້ລັດຖະບານລາວ ມອບອຸປະກອນຈັດກອງປະຊຸມທາງໄກ 10 ຊຸດ ໃຫ້ ນວ ແລະ ມອບທຶນການສຶກສາ 2.000 ໂດລາສະຫະລັດ ໃຫ້ໂຮງຮຽນມິດຕະພາບ ນວ-ໂຮຈີມິງ ນອກນີ້ ໃນການມາຢ້ຽມຢາມ ນວ ຂອງຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິງຄັ້ງນີ້ ທ່ານ ພູຂົງ ບັນນະວົງ ຄະນະປະຈຳພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ນຳພາຄະນະເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ) ໄປຢ້ຽມຢາມໂຮງຮຽນມິດຕະພາບ ນວ -ໂຮ່ຈີມິງ ຖືກຕ້ອນຮັບໂດຍທ່ານ ສົມພອນ ສອນດາລາ ຄະນະພັກ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ຄະນະອຳນວຍການ ຄູອາຈານ ແລະ ນັກຮຽນ ພົບປະໂອ້ລົມອະດີດນັກສຶກສາ ນວ ທີ່ສຶກສາຢູ່ນະຄອນໂຮ່ຈີມິງ ເຂົ້າຢ້ຽມຄຳນັບການນຳຂັ້ນສູງຂອງລາວຈຳນວນໜຶ່ງ ແລະ ເຂົ້າຮ່ວມງານລ້ຽງຮອງຮັບຈັດເປັນກຽດໂດຍທ່ານເລຂາຄະນະພັກ ນວ.

        # ຂ່າວ – ພາບ :  ຂັນທະວີ

error: Content is protected !!