ໂຮງຮຽນປະຖົມສົມບູນໜອງປີງ ໄດ້ຮັບກອງດຸລິຍາງ

    ພິທີມອບ-ຮັບກອງດຸລິຍາງໃຫ້ແກ່ໂຮງຮຽນປະຖົມສົມບູນໜອງປິງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022 ໄດ້ຈັດຂຶ້ນວັນທີ 26 ພຶດສະພາ 2022 ທີ່ໂຮງຮຽນດັ່ງກ່າວ ຕາງໜ້າມອບຂອງທ່ານ ນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວນະຄອນຫຼວງວຽງຈັນ (ປປລ ນວ) ຕາງໜ້າຮັບໂດຍທ່ານ ນາງ ພັນທອງ ຄຳທອງມີ ອຳນວຍການໂຮງຮຽນປະຖົມສົມບູນໜອງປິງ ມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະບໍລິຫານງານຊາວໝຸ່ມປະຊາຊົນປະຕິວັດລາວເມືອງຈັນທະບູລີ ຕາງໜ້າສະມາຄົມນັກທຸລະກິດໝຸ່ມ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ສຸມາລີ ທຳມະວົງ ໄດ້ກ່າວວ່າ: ເພື່ອເຮັດໃຫ້ບັນລຸຕາມທິດຊີ້ນໍາຂອງຂັ້ນເທິງ ກໍຄືແຜນການຂອງຄະນະບໍລິຫານງານຊາວໜຸ່ມ ປປລ ນວ ທັງເພື່ອເປັນການກະຕຸກຊຸກຍູ້ໃຫ້ແກ່ການເຄື່ອນໄຫວຕາມແຜນຂອງເຍົາວະຊົນ ເພື່ອໃຫ້ບັນດາສະມາຊິກເຍົາວະຊົນໄດ້ເຄື່ອນໄຫວກິດຈະກຳຕາມແຜນດັ່ງກ່າວ ປປລ ນວ ຈຶ່ງໄດ້ປຸກລະດົມສະມາຄົມນັກທຸລະກິດໜຸ່ມນະຄອນຫຼວງວຽງຈັນ ປະກອບສ່ວນການມອບກອງດຸລິຍາງ 1 ຊຸດມູນຄ່າ 10.650.000 ກີບ ນຳມາມອບໃຫ້ແກ່ໂຮງຮຽນປະຖົມສົມບູນໜອງປິງ ເພື່ອໃຫ້ນ້ອງເຍົາວະຊົນໄດ້ນຳໃຊ້ເຂົ້າໃນກິດຈະກຳຂອງໂຮງຮຽນ ກໍຄືກິດຈະກຳຂອງບ້ານ.

    ສຳລັບການເຝິກຝົນໃຫ້ນ້ອງນັກຮຽນໂຮງຮຽນດັ່ງກ່າວ ສາມາດສ້າງຕັ້ງເປັນກອງດຸລິຍາງຂອງໂຮງຮຽນໄດ້ນັ້ນ ແມ່ນມອບໃຫ້ ປປລ ເມືອງຈັນທະບູລີນຳເອົາຄູເຝິກມາເຝິກແອບໃຫ້ກັບຄູອາຈານ ກໍຄືນ້ອງນັກຮຽນເພື່ອແນໃສ່ໃຫ້ສາມາດສ້າງຕັ້ງກອງດຸລິຍາງຂອງໂຮງຮຽນໄດ້ຕາມເປົ້າໝາຍທີ່ວາງໄວ້.

    ໃນພິທີດັ່ງກ່າວ ຍັງໄດ້ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ດ້ວຍການຈັດກິດຈະກຳແຈກຢາຍເຂົ້າໝົມໃຫ້ກັບນ້ອງນັກຮຽນ ພ້ອມທັງໄດ້ສ້າງຂະບວນການປູກຕົ້ນໄມ້ພາຍໃນໂຮງຮຽນຮ່ວມກັບນ້ອງນັກຮຽນ ແລະ ຄູອາຈານ.

        # ຂ່າວ – ພາບ :  ເພັດສະໝອນ

error: Content is protected !!