ວັນທີ 26 ພຶດສະພາ 2022 ຄະນະສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ປະຈຳເຂດເລືອກຕັ້ງເມືອງປາກງື່ມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ແລະ ວາງທິດທາງປະຈຳປີ 2022 ຂຶ້ນຢູ່ສະໂມສອນເມືອງປາກງື່ມ ໂດຍເປັນປະທານຂອງທ່ານ ຂັນທີ ສີວິໄລ ຫົວໜ້າຄະນະ ສສ ນວ ປະຈຳເຂດເລືອກຕັ້ງເມືອງປາກງື່ມ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນທາມ ພຸດທະວົງສາ ຮອງປະທານຄະນະປະຈຳສະພາປະຊົນ ນວ ພ້ອມດ້ວຍບັນດາທ່ານຄະນະປະຈຳສະພາປະຊາຊົນ ເຈົ້າເມືອງ-ຮອງເຈົ້າເມືອງປາກງື່ມ ສະມາຊິກສະພາປະຊາຊົນປະຈຳເຂດເລືອກຕັ້ງເມືອງ ຄະນະນຳຂອງເມືອງ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນ ເປັນຂີດໝາຍທາງປະຫວັດສາດ ເນື່ອງຈາກເປັນກອງປະຊຸມຄັ້ງທໍາອິດ ພາຍຫຼັງ ສສ ນວ ຊຸດທີ II ປະຈໍາເຂດເລືອກຕັ້ງເມືອງປາກງື່ມໄດ້ຮັບການເລືອກຕັ້ງ ແລະ ຮັບຮອງຈາກສະພາປະຊາຊົນ ນວ ໂດຍກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງປາກງື່ມ ແລະ ບັນຫາສໍາຄັນອື່ນໆອີກ.
# ຂ່າວ – ພາບ : ສະບາໄພ