ຫາລືຜົນສຳເລັດຂອງໂຄງການທົດລອງການເຝິກເວົ້າພາສາລາວ

    ໂຄງການ​ທົດ​ລອງ​ການເຝິກເວົ້າພາ​ສາ​ລາວ ​ໄດ້​ຈັດຕັ້ງ​ປະ​ຕິ​ບັດ​ຢູ່​ໃນ 10 ໂຮງ​ຮຽນ​ເປົ້າໝາຍ ແລະ 10 ໂຮງ​ຮຽນ​ສົມທຽບ​ໃນ​ແຕ່​ລະແຂວງຈາກ 4 ແຂວງ​: ແຂວງ​ຜົ້ງ​ສາ​ລີ ບໍ​ລິ​ຄໍາ​ໄຊ ຄໍາ​ມ່ວນ ​ແລະ ແຂວງ​ສາລະ​ວັນ ນັກຮຽນຂັ້ນ ປ 1 ທີ່ເວົ້າພາສາລາວເປັນພາສາທີສອງ ຈະໄດ້ຮັບການສອນເພີ່ມປະມານ 1 ຊົ່ວໂມງ ໃນແຕ່ລະວັນ ເພື່ອພັດທະນາທັກສະໃນການເວົ້າພາສາລາວຂອງພວກເຂົາ ແລະ ໂຄງການດັ່ງກ່າວສິ້ນສຸດລົງໃນເດືອນມິຖຸນາ 2021 ແລະ ການທົດສອບພາຍຫຼັງການທົດລອງສໍາເລັດໃນໂຮງຮຽນເປົ້າໝາຍ ​ການທົດລອງການເຝິກເວົ້າພາສາ​ລາວ ແມ່ນ​ມີ​ປະສິດທິພາບສູງ​ ກໍລະນີສຶກສາ ການສໍາພາດ ແລະ ສົນທະນາກຸ່ມຂອງຜູ້ອໍານວຍການໂຮງຮຽນ ຄູ ແລະ ຜູ້ປົກຄອງຢູ່ແຂວງຜົ້ງສາລີ ໃນເດືອນກຸມພາ 2022 ເຫັນວ່າ ມີຜົນສໍາເລັດໜ້າເພິ່ງພໍໃຈ.

    ດ້ວຍເຫດນັ້ນ ເພື່ອເປັນການປະເມີນຜົນຄືນກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດກອງປະຊຸມກ່ຽວກັບໂຄງການທົດລອງການເຝິກເວົ້າພາສາລາວ ໃນວັທີ 26-27 ພຶດສະພາ 2022 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍເປັນປະທານ ຮ່ວມ ທ່ານ ດຣ ອານຸລົມ ວິໄລພອນ ຮອງຫົວໜ້າ ສວສ ທ່ານ ນາງ ແອ່ນ ສະເຕຊິ ໂນສກີ ຜູ້ຈັດການຝ່າຍ ຜະລິດ ແລະ ວາງແຜນ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຜູ້ຕາງໜ້າຈາກກະຊວງ ສສກ ສວສ ກົມສ້າງຄູ ກົມສາມັນ ສະຖານທູດອົດສະຕຣາລີ ແລະ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຜ່ານທາງສອງຮູບແບບທາງໄກ ແລະ ແບບເຊິ່ງໜ້າ.

    ທ່ານ ດຣ ອານຸລົມ ວິໄລພອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫຼາຍ ຈະໄດ້ພ້ອມກັນແລກປ່ຽນ ແລະ ປຶກສາຫາລືກັນກ່ຽວກັບຜົນໄດ້ຮັບຈາກການປະເມີນໂຄງການທົດລອງການເຝິກເວົ້າພາສາລາວ ບັນຫາຕ່າງໆໃນພາກຈັດຕັ້ງປະຕິບັດ ແລະ ທິດທາງໃນຕໍ່ໜ້າ ຫຼັງຈາກກອງປະຊຸມຄັ້ງນີ້ ທາງ ສວສ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈະສືບຕໍ່ປັບປຸງໂຄງການປັບປຸງຊັບພະຍາກອນຕ່າງໆ ແລະ ປັບປຸງການເຝິກອົບຮົມ ໂດຍອີງໃສ່ຄໍາຕິຊົມ ແລະ ຄໍາເຫັນຂອງບັນດາທ່ານທັງໝົດ ພວກເຮົາຈະຕ້ອງໄດ້ໃຫ້ການຊ່ວຍເຫຼືອການຮຽນຮູ້ພາສາລາວໃຫ້ພຽງພໍ ສໍາລັບນັກຮຽນທີ່ບໍ່ເວົ້າພາສາລາວ ເປັນພາສາທີໜຶ່ງ ໃນໄລຍະປີທຳອິດຂອງການຮຽນຂອງເຂົາເຈົ້າ.

    ທ່ານ ນາງ ພອນສິຣິ ອຸໄທວັນ ຫົວໜ້າຂະແໜງຄົ້ນຄວ້າການສອນພາສາລາວສຳລັບຊົນເຜົ່າ ສວສ ໄດ້ສະເໜີຜົນຂອງການສຶກສາປະເມີນໃນກອງປະຊຸມວ່າ: ຈາກການທົດລອງສອນທີ່ຜ່ານມາ ເຮັດໃຫ້ພວກເຮົາເຂົ້າໃຈຫຼາຍຂຶ້ນ ລະດັບຂອງເນື້ອໃນບົດຮຽນທີ່ເໝາະສົມກັບນັກຮຽນຂັ້ນ ປ 1 ຜູ້ທີ່ບໍ່ເວົ້າພາສາລາວມາແຕ່ກໍາເນີດ ພວກເຮົາຈະໄດ້ປັບເນື້ອໃນ ແລະ ລະດັບຂອງການທົດລອງການເຝິກເວົ້າພາສາລາວ ເພື່ອຕອບຮັບກັບຜົນຂອງການສຶກສາປະເມີນທີ່ໄດ້ຮັບໃນຫຼາຍຮູບແບບໃຫ້ດີຂຶ້ນກວ່າເກົ່າ.

error: Content is protected !!