ສສກ ຮ່ວມສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ

    ພິທີມອບ-ຮັບປຶ້ມດັ່ງກ່າວ ຈັດຂຶ້ນໃນວັນທີ 24 ພຶດສະພາ 2022 ຜ່ານມາ ທີ່ຫ້ອງປະຊຸມ ສວສ ນະຄອນຫຼວງວຽງຈັນ ໂດຍການກ່າວມອບຂອງທ່ານ ຄໍາບອນ ບຸນນະລາດ ຜູ້ອໍານວຍການຂອງບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ແລະ ກ່າວຮັບໂດຍທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍມີທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຮອງຜູ້ອໍານວຍການ ສວສ ຜູ້ອໍານວຍການສູນຕ່າງໆທີ່ກ່ຽວຂ້ອງ ແລະ ບັນດາຄະນະບໍລິສັດລັດວິສາຫະກິດໂຮງພິມສຶກສາເຂົ້າຮ່ວມ.

    ທ່ານ ປອ ອ່ອນແກ້ວ ນວນນະວົງ ໄດ້ກ່າວວ່າ: ໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມນີ້ ກະຊວງ ສສກ ໄດ້ມີການຈັດກິດຈະກຳສ້າງຂະບວນການຫຼາຍຢ່າງ ເພື່ອຄຳນັບຮັບຕ້ອນຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5 ກັນຍາ 1962 ຫາ 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມືຮອບດ້ານຄົບຮອບ 45 ປີ (18 ກໍລະກົດ 1977 ຫາ 18 ກໍລະກົດ 2022) ຢ່າງເປັນຂະບວນຟົດຟື້ນ ບົນຈິດໃຈມິດຕະພາບ ແລະ ຄວາມສາມັກຄີພິເສດລະຫວ່າງ ລາວ-ຫວຽດນາມ ແລະ ການຮຽບຮຽງ ແລະ ຈັດພິມປຶ້ມປະຫວັດສາດສາຍພົວພັນພິເສດ ລາວ-ຫວຽດນາມ ໃນຂົງເຂດການສຶກສາ ກໍແມ່ນວຽກງານອັນໜຶ່ງທີ່ປະກອບສ່ວນເຂົ້າໃນຂະບວນການດັ່ງກ່າວ ທັງມີຄວາມໜາຍຄວາມສໍາຄັນ ເພື່ອເປັນການບັນທຶກຈົດຈໍາ ເຜີຍແຜ່ມູນເຊື້ອຄວາມສາມັກຄີຊ່ວຍເຫຼືອກັນ ລະຫວ່າງລາວ-ຫວຽດນາມ ໃນຂົງເຂດການສຶກສາ ໄລຍະປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດ ສ້າງສາປະເທດຊາດ ຊຶ່ງໄດ້ຮັບການສະໜັບສະໜູນໃນການຈັດພິມໃຫ້ລ້າໂດຍ ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ຈໍານວນ 800 ຫົວ (ພິມສີ) ມູນຄ່າແມ່ນ 32 ລ້ານກີບ ນອກຈາກນີ້ ທ່ານຜູ້ອຳນວຍການ ສວສ ຍັງຕາງໜ້າໃຫ້ກະຊວງ ສສກ ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ທີ່ຍາມໃດເຫັນໄດ້ຄວາມສໍາຄັນ ແລະ ເອົາໃຈໃສ່ໃນວຽກງານການຮ່ວມມືກັບ ສວສ ເຮັດໃຫ້ມີຄວາມຜູກພັນ ແລະ ສະນິດແໜ້ນນັບມືນັບຫຼາຍຂຶ້ນ ສໍາລັບປຶ້ມສາຍພົວພັນພິເສດ ລາວ-ຫວຽດນາມນີ້ ຈະໄດ້ເຜີຍແຜ່ໃນຖັນແຖວພະນັກງານ ຄູ-ອາຈານສະຖາບັນການສຶກສາທີ່ຂຶ້ນກັບກະຊວງ ສສກ ຄະນະນໍາກະຊວງ ແລະ ກະຊວງຕ່າງໆທີ່ກ່ຽວຂ້ອງ. 

    ໂອກາດນີ້ ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ທາງບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ທີ່ປະກອບສ່ວນຮັບຜິດຊອບພິມປຶ້ມສາຍພົວພັນພິເສດລາວ-ຫວຽດ ນາມ ໃນຂົງເຂດການສຶກສາຄັ້ງນີ້ ເຊິ່ງເປັນການແບ່ງເບົ່າຄວາມຫຍຸ້ງຍາກຂອງກະຊວງໄດ້ຫຼາຍສົມຄວນ ພ້ອມກັນນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ທັງ 2 ພາກສ່ວນສືບຕໍ່ສົ່ງເສີມເຊິ່ງກັນ ແລະ ກັນ ຮັກສາມູນເຊື້ອອັນດີງາມນີ້ໄວ້ຕະຫຼອດໄປ.

error: Content is protected !!