ມອບອຸປະກອນການຜະລິດ ແລະ ເຝິກອົບຮົມໃຫ້ຊາວກະສິກອນກຸ່ມຜະລິດຜັກບ້ານສິມມະໂນໃຕ້

    ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ມອບອຸປະກອນການຜະລິດໃຫ້ຊາວກະສິກອນກຸ່ມຜະລິດພືດຜັກບ້ານສິມມະໂນໃຕ້ ວັນທີ 24 ພຶດສະພາ 2022 ຢູ່ຫ້ອງການປົກຄອງບ້ານດັ່ງກ່າວ ເຊິ່ງມອບໂດຍທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຮັບໂດຍຜູ້ຕາງໜ້າກຸ່ມຜະລິດພືດຜັກບ້ານສິມມະໂນໃຕ້ ມີທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ທ່ານ ປອ ລີ ອຶງໂຫ ຜູ້ຈັດການໂຄງການ KRC ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ອຸປະກອນທີ່ນໍາມາມອບຄັ້ງນີ້ ປະກອບມີ ອີເອັມ 86 ລິດ ກາກນໍ້າຕານ 86 ລິດ ຈຸລິນຊີສັງເຄາະແສງ 86 ລິດ ເມັດພັນເຂົ້າຝາງທີ່ໃຊ້ໃນການຜະລິດເຊື້ອຣາໄມໂຄລິສາ 5 ກິໂລ ແລະ ອຸປະກອນຜະລິດກັບດັກແມງໄມ້ສັດຕູພືດຜັກ ລວມມູນຄ່າ 9.538.000 ກີບ ເພື່ອໃຫ້ຊາວກະສິກອນນໍາໄປໃຊ້ໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອຫຼຸດຜ່ອນການນໍາໃຊ້ຝຸ່ນເຄມີ ແລະ ສານເຄມີປ້ອງກັນ ກໍາຈັດແມງໄມ້ສັດຕູພືດໃຫ້ໜ້ອຍລົງ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ  ນອກນີ້ຍັງໄດ້ເຝິກອົບຮົມດ້ານເຕັກນິກການຜະລິດຝຸ່ນບົ່ມຊີວະພາບ ແລະ ເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດຜັກ ເຊິ່ງຖ່າຍທອດໂດຍຄູເຝິກຈາກສູນພັດທະນາທີດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຊ່ຽວຊານຈາກປະເທດ ສ ເກົາຫຼີ.

    ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງດ້ານຄວາມຮູ້ຄວາມສາມາດດ້ານເຕັກນິກການຜະລິດ ທີ່ສາມາດຫຼຸດຕົ້ນທຶນການຜະລິດ ເນື່ອງຈາກການຜະລິດພືດຜັກຂອງຊາວກະສິກອນໃນປັດຈຸບັນມີຕົ້ນທຶນຂ້ອນຂ້າງສູງ ໂດຍສະເພາະ ຕົ້ນທຶນຈາກການຊື້ຝຸ່ນເຄມີ ແລະ ຢາປ້ອງກັນ ກໍາຈັດພະຍາດ ແມງໄມ້ ສັດຕູພືດ ທີ່ມີລາຄາສູງຂຶ້ນເປັນສອງເທົ່າ ການເຝິກອົບຮົມຄັ້ງນີ້ ໄດ້ເນັ້ນໃສ່ການປະຕິບັດຕົວຈິງເປັນຫຼັກ ແລະ ສາມາດນໍາໄປຜັນຂະຫຍາຍໄດ້ຈິງ ເຊັ່ນ: ການຜະລິດຝຸ່ນບົ່ມຊີວະພາບ ການຜະລິດເຊື້ອລາໄມໂຄລິສາ ແລະ ການຜະລິດຈຸລິນຊີສັງເຄາະແສງ ເພື່ອໃຊ້ໃນການປັບປຸງດິນ ການຜະລິດນໍ້າສະກັດຊີວະພາບຈາກໄຂ່ແດງ ແລະ ການຜະລິດກັບດັກ ເພື່ອໃຊ້ໃນການປ້ອງກັນ ແລະ ກໍາຈັດແມງໄມ້ ສັດຕູພືດຜັກ ທີ່ສາມາດຊ່ວຍໃຫ້ຊາວກະສິກອນສາມາດຫຼຸດຜ່ອນຕົ້ນທຶນການຜະລິດຈາກການນໍາໃຊ້ສານເຄມີ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນໄດ້.

# ຂ່າວ – ພາບ :   ສະບາໄພ

error: Content is protected !!