ທຸລະກິດດ້ານກະສິກໍາ ຕ້ອງເຂົ້າໃຈເຖິງ 10 ຫຼັກການຂອງການລົງທຶນ

    ເພື່ອເຮັດໃຫ້ຜູ້ປະກອບການບໍລິສັດທີ່ເຮັດທຸລະກິດດ້ານກະສິກໍາ ໄດ້ຮຽນຮູ້ເຖິງຫຼັກການຂອງການລົງທຶນ ມີຄວາມຮັບຜິດຊອບຕໍ່ສັງຄົມອ້ອມຂ້າງ ດັງນັ້ນ ຫ້ອງການແຜນການ ແລະ ການລົງທຶນຂອງເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ 10 ຫຼັກການຂອງການລົງທຶນຂຶ້ນ ໃນວັນທີ 25 ພຶດສະພາ 2022 ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງປາກລາຍ ເປັນປະທານຂອງທ່ານ ຄຳຝັ້ນ ວົງສະຫັວນ ຮອງເຈົ້າເມືອງປາກລາຍ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ມີບັນດາຜູ້ປະກອບການບໍລິສັດພາກເອກະຊົນ ພ້ອມຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄໍາຝັ້ນ ວົງສະຫັວນ ໄດ້ກ່າວເປີດກອງປະຊຸມ ແລະ ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເຊິ່ງວຽກງານກະສິກໍາ-ປ່າໄມ້ ກໍເປັນວຽກໜຶ່ງທີ່ມີບົດບາດ ແລະ ມີຄວາມສໍາຄັນຫຼາຍໃນປະເທດເຮົາ ເນື່ອງຈາກວ່າປະຊາຊົນລາວສ່ວນໃຫຍ່ແມ່ນມີອາຊີບເປັນຊາວກະສິກອນ ນັບແຕ່ປີ 1975 ເປັນຕົ້ນມາ ລັດຖະບານໄດ້ພະຍາຍາມອອກນະໂຍບາຍຕ່າງໆເພື່ອພັດທະນາເສດຖະກິດ ແລະ ສັງຄົມ ໂດຍສະເພາະແມ່ນດ້ານກະສິກໍາ-ປ່າໄມ້ ເຊິ່ງຖືເປັນບຸລິມະສິດຂອງແຜນພັດທະນາ ລະບົບກະສິກໍາແບບປະສົມປະສານ ເຊິ່ງເປັນການນໍາໃຊ້ດິນຢ່າງມີປະໂຫຍດ ແລະ ມີຄຸນຄ່າ ມັນເປັນການປູກຝັງ ແລະ ລ້ຽງສັດໃນພື້ນທີ່ດຽວກັນ ເວລາດຽວກັນ ຫຼື ຕ່າງເວລາ ເພື່ອໃຫ້ໄດ້ຜົນຜະລິດທີ່ເພີ່ມຂື້ນ ສາມາດຕອບສະໜອງທາງດ້ານສະບຽງອາຫານໄດ້ຢ່າງພຽງພໍກັບຄວາມຕ້ອງການຂອງສັງຄົມ.

    ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານ 10 ຫຼັກການຂອງການລົງທຶນຈາກພະນັກງານວິຊາການທີ່ມາຈາກພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ເອກະສານດັ່ງກ່າວ ປະກອບດ້ວຍ ການປະກອບສ່ວນເຂົ້າໃນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ແລະ ການລຶບລ້າງຄວາມທຸກຫຍາກ ການສົ່ງເສີມສິດສະເໝີພາບລະຫວ່າງຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງແກ່ແມ່ຍິງ ການສົ່ງເສີມການມີສ່ວນຮ່ວມ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ເຄົາລົບສິດຄອບຄອງການນໍາໃຊ້ທີ່ດິນ ພື້ນທີ່ປະມົງ ແລະ ປ່າໄມ້ ແລະ ການເຂົ້າເຖິງແຫຼ່ງນ້ຳອະນຸຮັກ ແລະ ຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ຫຼຸດຜ່ອນຄວາມສ່ຽງທາງດ້ານໄພພິບັດ ການເຂົາລົບມູນມໍລະດົກວັດທະນະທຳ ແລະ ຄວາມຮູ້ພື້ນເມືອງ ສະໜັບສະໜູນຄວາມຫຼາກຫຼາຍກິດຈະກຳ ແລະ ນະວັດຕະກຳໃໝ່ ການສົ່ງເສີມລະບົບກະສິກຳ ແລະ ອາຫານເພື່ອສຸຂະພາບ ແລະ ຄວາມປອດໄພຂອງການຜະລິດກະສິກຳ ເຄົາລົບການປົກປົກຄອງດ້ວຍກົດໝາຍ ແລະ ການນຳໃຊ້ກົດໝາຍ ປາສະຈາກການສໍ້ລາດບັງຫຼວງ ມີຄວາມໂປ່ງໃສ ແລະ ມີການແບ່ງປັນຂໍ້ມູນທີ່ກ່ຽວຂ້ອງກັບການລົງທຶນຢ່າງທົ່ວເຖິງ ແລະ ສາມາດເຂົ້າເຖິງໄດ້ ໃນທຸກຂັ້ນຕອນຂອງວົງຈອນການລົງທຶນ ມີກົນໄກໃນການປະເມີນ ແລະ ແກ້ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມ ສິ່ງແວດລ້ອມ ແລະ ວັດທະນະ ທຳ ໂດຍຄຳນືງເຖິງຜູ້ຜະລິດຂະໜາດນ້ອຍ ບົດບາດຍິງ-ຊາຍ ພ້ອມທັງເຄົາລົບສິດຕ່າງໆຂອງຜູ້ຜະລິດ.

# ຂ່າວ – ພາບ :   ຊິລິການດາ

error: Content is protected !!