ຫາລືກ່ຽວກັບການຄຸ້ມຄອງກັບດັກສັດປ່າ (ແຮ້ວ)

   ກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງ ກັບດັກສັດປ່າ (ແຮ້ວ) ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ກ່ຽວຂ້ອງ ພາຍໃຕ້ກົດໝາຍວ່າດ້ວຍສັດປ່າ ໃນ ສປປ ລາວ ຈັດຂຶ້ນວັນທີ 25 ພຶດສະພາ 2022 ຢູ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ສົມຫວັງ ພິມມະວົງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ຄຣິສ ຮາລໍາ ຫົວໜ້າແຜນງານອະນຸຮັກ ອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາລາວ (WWF-Laos) ມີຜູ້ຕາງໜ້າຈາກກົມກວດກາປ່າໄມ້ ພະແນກຄຸ້ມຄອງປ່າສະຫງວນ ອົງການຈັດຕັ້ງສາກົນ ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

   ທ່ານ ສົມຫວັງ ພິມມະວົງ ກ່າວວ່າ: ຄືດັ່ງບັນດາທ່ານຮັບຮູ້ນໍາກັນແລ້ວວ່າ ໃນໄລຍະຜ່ານມາ ສະພາບການຊົມໃຊ້ຊັບພະຍາກອນທໍາມະຊາດ ເປັນຕົ້ນແມ່ນຊະນິດພັນສັດນໍ້າ-ສັດປ່າ ແລະ ພືດປ່າ ແມ່ນເກີນຂີດຈໍາກັດ ໂດຍຜ່ານຂະບວນການຄ້າສາກົນ ເຊິ່ງເຮັດໃຫ້ຫຼາຍຊະນິດພັນສັດນໍ້າ-ສັດປ່າ ແລະ ພືດປ່າ ມີການຫຼຸດນ້ອຍຖອຍລົງ ແລະ ມີບາງຊະນິດພັນກໍຕົກຢູ່ໃນພະວະໄພຂົ່ມຂູ່ ອາດກ້າວໄປເຖິງຂັ້ນຈະສູນພັນ ສາເຫດກໍຍ້ອນການຄຸ້ມຄອງ ແລະ ກວດກາອຸປະກອນກັບດັກ (ແຮ້ວ) ຍັງບໍ່ເຂັ້ມແຂງ ບໍ່ຮັດກຸມ ການສືບສວນ ແລະ ດໍາເນີນຄະດີ ການໃສ່ແຮ້ວຍັງຖືເບົາ ບໍ່ເຂັ້ມງວດ ຍັງຂາດແຜນຍຸດທະສາດ ການປະຕິບັດກົດໝາຍໃນປ່າສະຫງວນຍັງຂາດລະບຽບ ສະເພາະການຄຸ້ມຄອງກັບດັກ ຫຼື ແຮ້ວ.

# ຂ່າວ – ພາບ : ສີພອນ

error: Content is protected !!