ຈະສົ່ງເສີມຊາວກະສິກອນປູກໝາກໂກໂກ້ເປັນສິນຄ້າ

    ປັດຈຸບັນ ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາສົ່ງເສີມຊາວກະສິກອນລາວປູກພືດກະສິກຳເປັນສິນຄ້າເພື່ອສົ່ງອອກ ໃນນັ້ນ ບໍລິສັດເພີ່ມພູນກະສິກຳ ແລະ ການຄ້າ ຂາເຂົ້າ-ຂາອອກຈຳກັດຜູ້ດຽວ ເປັນບໍລິສັດໜຶ່ງທີ່ຈະສົ່ງເສີມຊາວກະສິກອນປູກໝາກໂກໂກ້ເປັນສິນຄ້າ ແລະ ຮັບປະກັນດ້ານການຕະຫຼາດທີ່ໝັ້ນຄົງ.

    ທ່ານ ແສງອາລຸນ ລັດຕະນະພັນ ປະທານບໍລິສັດເພີ່ມພູນກະສິກຳ ແລະ ການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ໃຫ້ສຳພາດວັນທີ 25 ພຶດສະນາ 2022 ໃນໂອກາດເຂົ້າຮ່ວມງານຕະຫຼາດນັດວາງສະແດງເບ້ຍໄມ້ວ່າ  ໝາກໂກໂກ້ ເປັນພືດກະສິກຳຊະນິດໜຶ່ງທີ່ນຳເຂົ້າຈາກຕ່າງປະເທດ ມາປູກໃນປະເທດລາວ ຖືວ່າເປັນພືດຊະນິດໃໝ່ຂອງປະເທດກໍວ່າໄດ້ ໂດຍໄດ້ມີການທົດລອງປູກຢູ່ເມືອງສັງທອງ ໃນເນື້ອທີ່ 1,5 ເຮັກຕາ ມີ 900 ຕົ້ນ ເລີ່ມປູກມາແຕ່ປີ 2020 ເປັນຕົ້ນໄມ້ທີ່ໃຫ້ຜົນຜະລິດໄວ ສະເລ່ຍ 2 ປີ ສາມາດເກັບຜົນຜະລິດໄດ້ ປັດຈຸບັນເກັບຜົນຜະລິດໄດ້ແລ້ວ 600 ກວ່າກິໂລຕໍ່ເດືອນ ແລະ ຈະເພີ່ມຂຶ້ນເລື້ອຍໆເມື່ອຕົ້ນໂກໂກ້ໃຫຍ່ຂຶ້ນ ສຳລັບຜະລິດຕະພັນໂກໂກ້ຍັງຈຳໜ່າຍພາຍໃນປະເທດ ເນື່ອງຈາກວ່າຜົນຜະລິດຍັງມີໜ້ອຍ ບໍ່ພຽງພໍຈະສົ່ງອອກຕ່າງປະເທດ.

    ເມື່ອເຫັນໄດ້ຄວາມຕ້ອງຂອງຕະຫຼາດສູງ ສະນັ້ນ ບໍລິສັດເພີ່ມພູນກະສິກຳ ແລະ ການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ຈຶ່ງໄດ້ສົ່ງເສີມປະຊາຊົນທີ່ມີທີ່ດິນເໝາະສົມໃນການປູກ ພ້ອມທັງເປັນການສ້າງວຽກເຮັດງານທຳ ມີລາຍໄດ້ທີ່ໝັ້ນຄົງ ຕົ້ນໂກໂກ້ເປັນພືດກະສິກຳທີ່ມີອາຍຸຍາວ ປູກແລ້ວລົງທຶນເທື່ອດຽວ ສາມາດເກັບຜົນຜະລິດໄດ້ຕະຫຼອດຊີວິດ ປັດຈຸບັນໄດ້ມີແຜນຈະປູກຢູ່ແຂວງວຽງຈັນໃນເນື້ອທີ່ 2.600 ເຮັກຕາ ນອນໃນ 7 ເມືອງທີ່ສາມາດປູກໄດ້ ແລະ ນໍ້າພຽງພໍ ຄື ເມືອງເຟືອງ ເມືອງໝື່ນ ເມືອງແມດ ກາສີ ຫີນເຫີບ ວັງວຽງ ແລະ ເມືອງແກ້ວອຸດົມ ຖ້າຫາກວ່າມີປະຊາຊົນປູກຫຼາຍ ຢ່າງໜ້ອຍ 600 ເຮັກຕາ ບໍລິສັດຈະສ້າງຕັ້ງໂຮງງານເພື່ອແປຮູບເປັນຜະລິດຕະພັນສົ່ງອອກຕ່າງປະເທດ ໂດຍຈະເກັບຊື້ຈາກຈາກປະຊາຊົນຜູ້ທີ່ຊື້ເບ້ຍຈາກບໍລິສັດໄປປູກເທົ່ານັ້ນ ທັງນີ້ກໍເພື່ອຮັບປະກັນດ້ານຄຸນນະພາບຂອງຜົນຜະລິດ ເຊິ່ງຕົ້ນໂກໂກ້ທີ່ນຳມາປູກ ແມ່ນຜ່ານການຄັດສັນແນວພັນທີ່ດີ ໄດ້ຮັບການຮັບຮອງຈາກກະຊວງກະສິກຳຂອງປະເທດໄທ ພ້ອມກັນນັ້ນ ບໍລິສັດກໍຈະມີການແນະນຳເຕັກນິກ ວິຊາການດ້ານການປູກ ຮັບປະກັນວ່າປູກແລ້ວໄດ້ຜົນຜະລິດແນ່ນອນ ຖ້າວ່າເນື້ອທີ່ການປູກບໍ່ຮອດ 600 ເຮັກຕາ ຈະບໍ່ສາມາດຕັ້ງໂຮງງານໄດ້ ເຖິງແມ່ນວ່າວັດຖຸດິບບໍ່ພຽງພໍໃນການສ້າງຕັ້ງໂຮງງານ ແຕ່ບໍລິສັດກໍຈະເກັບຊື້ສົ່ງໄປຍັງປະເທດຄູ່ຄ້າເຊັ່ນ ປະເທດໄທ ແລະ ຈີນ.

    ສ່ວນຕະຫຼາດຮັບຮອງຮັບແມ່ນມີຄວາມພ້ອມທີ່ຈະເກັບຊື້ຜົນຜະລິດຕະຫຼອດເວລາ ເຊິ່ງບໍສັດໄດ້ຮ່ວມມືດ້ານການຕະຫຼາດຈາກຕ່າງປະເທດເຊັ່ນ ຈີນ ຍີ່ປຸ່ນ ໄທ ແລະ ເອີຣົບ ໂດຍມີຄວາມຕ້ອງການ 50.000 ໂຕນຕໍ່ປີ ປັດຈຸບັນຍັງບໍ່ທັນມີສິນຄ້າພຽງພໍກັບຄວາມຕ້ອງການຂອງຕະຫຼາດ ສຳລັບປະເທດຈີນ ມີຄວາມຕ້ອງການ 20 ໂຕນຕໍ່ເດືອນ ປັດຈຸບັນໄດ້ມີການເຊັນສັນຍາການຊື້-ຂາຍໃຫ້ຖືກຕ້ອງຕາມກົດໝາຍກັບຄູ່ຄ້າປະເທດຈີນ ແລະ ກະກຽມຄັດສັນວັດຖຸໃຫ້ໄດ້ມາດຕະຖານຂອງຕະຫຼາດທີ່ຕ້ອງການ ຄາດວ່າຈະມີສິນຄ້າສົ່ງອອກໃນບໍ່ດົນນີ້.

    ການເຂົ້າຮ່ວມງານຄັ້ງນີ້ ໄດ້ນຳເອົາຜະລິດຕະພັນໝາກໂກໂກ້ຈາກສວນທົດລອງຂອງບໍລິສັດເອງເຊັ່ນ ເບ້ຍ ໝາກ ແລະ ຜະລິດຕະພັນສຳເລັດຮູບຂອງໝາກໂກໂກ້ ມາວາງຂາຍ ເຫັນວ່າສັງຄົມໃຫ້ຄວາມສົນໃຈຫຼາຍພໍສົມຄວນ ຖ້າທ່ານໃດສົນໃຈ ສາມາດສອບຖາມໄດ້ທີ່ເບີໂທລະສັບ 020 5539 6419 ຫຼື 020 2948 8868.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!