ສື່ມວນຊົນອາຊີ ພ້ອມກັນຮ່ວມມືໃນການພັດທະນາສື່ມວນຊົນແບບໃໝ່

   ວັນທີ 25 ພຶດສະພາ 2022 ທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນອາຊີ ຄັ້ງທີ 17 (ຮູບແບບທາງໄກ) ມີບັນດາລັດຖະມົນຕີ ຫົວໜ້າຄະນະຜູ້ແທນສື່ມວນຊົນອາຊີເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ບັນດາລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ມວນຊົນ ໄດ້ປຶກສາຫາລືກັນຢ່າງຕັ້ງໜ້າ ແລະ ເປັນເອກະພາບກັນໃນບັນດາທິດທາງ ແລະ ຂອບເຂດການຮ່ວມມືທີ່ເປັນໄປໄດ້ໃນອະນາຄົດ ລວມທັງການຜັນຂະຫຍາຍການຮ່ວມມືໃນການພັດທະນາສື່ມວນຊົນໃໝ່ ແລະ ຜັນຂະຫຍາຍການເຝິກອົບຮົມວິຊາຊີບຢ່າງຕັ້ງໜ້າ ເພື່ອແນໃສ່ສ້າງການຮ່ວມມືຢ່າງແໜ້ນແຟ້ນ ແລະ ຕ້ານໄພຂົ່ມຂູ່ທາງອິນເຕີເນັດ ແລະ ການກໍ່ການຮ້າຍທຸກຮູບແບບທີ່ຈະເກີດຂຶ້ນໃນພາກພື້ນ.

    ໃນໂອກາດດັ່ງກ່າວ ທ່ານ ອຸ່ນທວງ ຂາວພັນ ໄດ້ມີຄຳເຫັນໃນກອງປະຊຸມວ່າ: ຍຸກດີຈິຕອນໃນປັດຈຸບັນນີ້ ມີຜົນກະທົບຕໍ່ທຸກດ້ານຂອງສັງຄົມ ລວມທັງການເມືອງ ເສດຖະກິດ ແລະ ການພັດທະນາວັດທະນະທໍາ-ສັງຄົມຂອງທຸກປະເທດ ສະນັ້ນ ເພື່ອສ້າງຄວາມເຂັ້ມແຂງດ້ານສື່ມວນຊົນ ໃນການປ່ຽນແປງຂອງໂລກ ລັດຖະບານລາວ ໂດຍສະເພາະກະຊວງ ຖວທ ໄດ້ແຈ້ງໃຫ້ບັນດາສື່ມວນຊົນຂອງລັດ ແລະ ເອກະຊົນຫັນ ປ່ຽນວິທີການສະໜອງຂ່າວແບບດັ້ງເດີມຜ່ານເວທີຕ່າງໆ ເພື່ອເຂົ້າເຖິງກຸ່ມເປົ້າໝາຍທັງໝົດທັງຢູ່ໃນຕົວເມືອງ ແລະ ຊົນນະບົດ ແລະ ຮັບປະກັນວ່າພົນລະເມືອງທຸກຄົນມີສິດພື້ນຖານທີ່ຈະໄດ້ຮັບການເຂົ້າເຖິງຂໍ້ມູນຂ່າວສານ ໂດຍສະເພາະໃນທ່າມກາງການຂະຫຍາຍຕົວຢ່າງໄວວາຂອງເຕັກໂນໂລຢີ ຂໍ້ມູນຂ່າວສານ.

# ຂ່າວ – ພາບ :   ຊິລິການດາ

error: Content is protected !!