ພາຍຫຼັງເປີດດ່ານຢ່າງເປັນທາງການໃນວັນທີ 9 ພຶດສະພາ 2022 ມາເຖິງປັດຈຸບັນ ການເດີນທາງເຂົ້າ-ອອກ ສປປ ລາວ ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ 1 ຍັງບໍ່ຟົດຟື້ນ ມີຜູ້ເດີນທາງເຂົ້າມາ ສປປ ລາວ ຈຳນວນ 13 ພັນກວ່າຄົນ ແຕ່ແນວໃດກໍຕາມ ເຖິງວ່າຍັງມີຜູ້ຄົນມາໃຊ້ບໍລິການດ່ານຍັງບໍ່ຫຼາຍ ແຕ່ດ່ານສາກົນແຫ່ງນີ້ ກໍໄດ້ຂະຫຍາຍປ່ອງບໍລິການ ພ້ອມທັງແກ້ໄຂການສັນຈອນເພື່ອຮອງຮັບຜູ້ທີ່ຈະເດີນທາງມາໃຊ້ບໍລິການຫຼຸດຜ່ອນຄວາມແອອັດ ດ້ວຍການເພີ່ມປ່ອງບໍລິການຂຶ້ນຫຼາຍກວ່າ 40 ປ່ອງບໍລິການ.
ທ່ານ ພັອ ຄຳພອນ ເທບພະວົງ ຫົວໜ້າຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄດ້ລາຍງານໃນໂອກາດທີ່ຄະນະກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ລົງໄປຢ້ຽມຢາມໃນວັນທີ 24 ພຶດສະພາ 2022ວ່າ: ເພື່ອເປັນການກຽມຄວາມພ້ອມຕ້ອນຮັບການເປີດດ່ານຢ່າງເປັນທາງການ ທາງດ່ານຂອງພວກເຮົາກໍໄດ້ເອົາໃຈໃສ່ປັບປຸງການບໍລິການດ້ວຍການຂະຫຍາຍປ່ອງບໍລິການເພີ່ມຂຶ້ນ ມາຮອດປັດຈຸບັນ ມີປ່ອງບໍລິການທັງໝົດ 24 ຕູ້ ລວມເປັນ 48 ປ່ອງບໍລິການ ໃນນັ້ນ ໄດ້ແບ່ງເບື້ອງຂາເຂົ້າ 24 ປ່ອງ ຂາອອກ 24 ປ່ອງ ການຂະຫຍາຍປ່ອງບໍລິການເພີ່ມຂຶ້ນ ກໍເພື່ອຮອງຮັບການບໍລິການໃຫ້ມີຄວາມວ່ອງໄວຂຶ້ນ ຫຼຸດຜ່ອນຄວາມແອອັດ ພ້ອມນັ້ນ ກໍໄດ້ປັບປຸງການສັນຈອນພາຍໃນດ່ານ ເພື່ອບໍ່ໃຫ້ເກີດຄວາມແອອັດ ນັບແຕ່ມື້ເປີດດ່ານມາເຖິງປັດຈຸບັນ ການເຂົ້າ-ອອກຜ່ານດ່ານແຫ່ງນີ້ແມ່ນຍັງບໍ່ຟົດຟື້ນ ມີຄົນເຂົ້າຜ່ານດ່ານຈຳນວນ 13.802 ຄົນ ໃນນັ້ນ ມີຍິງ 6.331 ຄົນ ເດັກນ້ອຍ 373 ຄົນ ລົດເຂົ້າ 1.062 ຄັນ ສະເພາະຂາອອກ ມີຄົນເດີນທາງອອກຈຳນວນ 16.479 ຄົນ ຍິງ 8.143 ຄົນ ເດັກນ້ອຍ 300 ກວ່າຄົນ ສະເພາະລົດຄົນລາວອອກ 1.299 ຄັນ ລົດຕ່າງປະເທດ 200 ກວ່າຄັນ ໃນນັ້ນ ຕໍ່ກັບນັກທ່ອງທ່ຽວທີ່ເດີນທາງມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວແມ່ນຍັງມີຈຳນວນໜ້ອຍ ພ້ອມນັ້ນ ກໍຍັງມີແຮງງານລາວຈຳນວນໜຶ່ງ ກໍໄດ້ເດີນທາງກັບໄປເຮັດວຽກຢູ່ປະເທດໄທ.
# ຂ່າວ – ພາບ : ເພັດສະໝອນ