ມອບ-ຮັບວຽກສ້ອມແປງຈັກສູບນໍ້າຊົນລະປະທານ ແກ່ກຸ່ມຜູ້ຊົມໃຊ້ຊົນລະປະທານ

   ພິທີມອບ-ຮັບວຽກສ້ອມແປງຊົນລະປະທານຈັກສູບນໍ້າ ໃຫ້ແກ່ກຸ່ມຜູ້ຊົມໃຊ້ຊົນລະປະທານ ຈໍານວນ 6 ໂຄງການຍ່ອຍຂອງເມືອງໄຊທານີ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 24 ພຶດສະພາ 2022 ເປັນປະທານໂດຍທ່ານ ປອ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີຫົວໜ້າຫ້ອງການອ້ອມຂ້າງ ແລະ ນາຍບ້ານກ່ຽວຂ້ອງ ຕະຫຼອດຮອດກຸ່ມຜະລິດກະສິກໍາເຂົ້າຮ່ວມ.

    ທ່ານ ທອງສຸກ ບົວລິຂັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ຂຶ້ນຜ່ານບົດລາຍງານຄວາມຄືບໜ້າຫານຈັດຕັ້ງປະຕິບັດວຽກສ້ອມແປງຈັກສູບນໍ້າຊົນລະປະທານ ພາຍໃຕ້ການສະໜັບສະໜູນທຶນຂອງໂຄງການຜະລິດກະສິກໍາເປັນສິນຄ້າ ຢູ່ ສປປ ລາວ ມາຮອດປັດຈຸບັນ ສາມາດສ້າງຕັ້ງກຸ່ມການຜະລິດສໍາເລັດ 25 ກຸ່ມ ໃນນີ້ ກຸ່ມຜະລິດແນວພັນເຂົ້າລຸ້ນສາມ 7 ກຸ່ມ ກຸ່ມຜະລິດເຂົ້າເປັນສິນຄ້າ 8 ກຸ່ມ ແລະ ກຸ່ມຜະລິດພືດຜັກເປັນສິນຄ້າ 10 ກຸ່ມ ມີສະມາຊິກ 908 ຄົນ ເນື້ອທີ່ການຜະລິດລະດູຝົນ 873,5 ເຮັກຕາ ແລະ ລະດູແລ້ງ 549,5 ເຮັກຕາ ສ່ວນວຽກການສ້ອມແປງຈັກສູບນໍ້າພື້ນຖານໃຫ້ໂຄງສ້າງດ້ານຊົນລະປະທານ ໂຄງການກຸ່ມໄດ້ຈັດຕັ້ງປະຕິບັດຢູ່ 3 ເມືອງ ມີ 18 ໂຄງການຍ່ອຍ ເຊິ່ງເປັນປະເພດໂຄງການຈັກສູບນໍ້າດ້ວຍໄຟຟ້າທັງໝົດ ເຊິ່ງໄດ້ແບ່ງອອກເປັນ 2 ຊຸດ ຊຸດທີ 1 ປະກອບມີ 6 ໂຄງການ ຊຸດທີ 2 ປະກອບມີ 12 ໂຄງການຍ່ອຍ ມາຮອດປັດຈຸບັນ ສໍາເລັດຕິດຕັ້ງສ້ອມແປງແລ້ວ 6 ໂຄງການຍ່ອຍຄື: ໂຄງການຊົນລະປະທານບ້ານໜອງເຂັງ ບ້ານລາດຄວາຍ ບ້ານນາແຖ ບ້ານດວງບຸດດີ ບ້ານໄຮ່ ເມືອງໄຊທານີ ແລະ ໂຄງການຊົນລະປະທານບ້ານທ່າຊ້າງ ເມືອງປາກງື່ມ.

    ສ່ວນແຜນການສືບຕໍ່ສ້ອມແປງຈັກສູບນໍ້າ 12 ໂຄງການ ນອນຢູ່ໃນ 3 ຕົວເມືອງ ມີ: ເມືອງໄຊທານີ 4 ໂຄງການ ປາກງື່ມ 3 ໂຄງການ ແລະ ເມືອງຫາດຊາຍຟອງ 5 ໂຄງການ ທັ້ງນີ້ ກໍເພື່ອເຮັດໃຫ້ການນໍາໃຊ້ຈັກສູບນໍ້າຊົນລະປະທານໃຫ້ນໍາໃຊ້ມີປະສິດທິຜົນ ແລະ ຍາວນານ ເຮັດໃຫ້ກຸ່ມຜູ້ຊົມໃຊ້ນໍ້າຊົນລະປະທານໄດ້ຮັບຜົນປະໂຫຍດ ມີປະສິດທິຜົນຕາມເປົ້າໝາຍຂອງໂຄງການ.

#  ຂ່າວ – ພາບ :  ວຽງມາ

error: Content is protected !!