ຮ່ວມກັນປູກຕົ້ນໄມ້ໃຫ້ມີເນື້ອທີ່ສີຂຽວປົກຫຸ້ມ ແລະ ເຊີນທ່ຽວງານຕະຫຼາດນັດວາງສະແດງເບ້ຍໄມ້

    ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽຈັນ (ນວ) ຈັດພິທີປູກຕົ້ນໄມ້ ແລະ ງານຕະຫຼາດນັດວາງສະແດງເບ້ຍໄມ້ ວັນທີ 25 ພຶດສະພາ 2022 ທີ່ເດີ່ນຕະຫຼາດອິນຊີ ພະແນກກະສິກຳ ແລະ ປ່າໄມ້ ນວ ມີທ່ານ ທອງເພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າພະແນກ ເຈົ້າເມືອງຫາດຊາຍຟອງ  ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ສຳລັບຕົ້ນໄມ້ທີ່ນໍາມາປູກມື້ນີ້ ມີ 132 ຕົ້ນ (ຕົ້ນຄູນ) ລຽບຕາມເສັ້ນທາງດົງຄຳຊ້າງ-ໜອງໄຮ ຍາວ 2 ກິໂລແມັດ ນອກຈາກນີ້ ຍັງຈັດງານຕະຫຼາດນັດວາງສະແດງເບ້ຍໄມ້ ທັງນີ້ກໍເພື່ອເປັນການສົ່ງເສີມ ຊຸກຍູ້ຂະບວນການຜະລິດເບ້ຍໄມ້ ປູກໄມ້ ລວມທັງພາກລັດ ເອກະຊົນ ແລະ ບໍລິສັດໃຫ້ນັບມື້ແຂງແຮງຂຶ້ນ ຕິດພັນກັບການໂຄສະນາປູກຈິດສຳນຶກໃຫ້ຂໍ້ມູນຂ່າວສານ ແລະ ການເຝິກອົບຮົມຊຸມຊົນ ແລະ ເປັນການສົ່ງເສີມທຸກພາກສ່ວນຜູ້ທີ່ໄດ້ຜະລິດເບ້ຍໄມ້ທຸກປະເພດໃຫ້ນຳມາວາງສະແດງ ຊື້-ຂາຍ ແລະ ແລກປ່ຽນຂໍ້ມູນດ້ານວິຊາການໃຫ້ແກ່ສັງຄົມ ໂດຍມີເບ້ຍໄມ້ດອກ-ໄມ້ປະດັບ ເບ້ຍໄມ້ໃຫ້ໝາກຕ່າງໆ ມີຜູ້ປະກອບການເຂົ້າຮ່ວມທັງໝົດ 36 ຮ້ານ ຄາດຄະເນລວມມູນຄ່າ 110.000.000 ກີບ.

    ໂອກາດນີ້ ຂໍເຊີນຊວນບັນດາພະນັກງານ ຊາວຄ້າຂາຍ ຊາວກະສິກອນ ໄດ້ເຂົ້າມາຫາຊົມງານວາງສະແດງເບ້ຍໄມ້ ຊື້ເບ້ຍໄມ້ ເພື່ອນຳເອົາເບ້ຍໄມ້ໄປປູກໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ ໂດຍອີງຕາມນະໂຍບາຍຂອງອົງຄະນະພັກນວ ວາງອອກ ເພື່ອສ້າງ ນວ ໃຫ້ເປັນນະຄອນສີຂຽວ ສ້າງຄວາມປະທັບໃຈ ແລະ ໜ້າຢູ່ຂອງໝົດທຸກຄົນ ງານດັ່ງກ່າວເລີ່ມແຕ່ວັນທີ 25 ພຶດສະພາ ຫາວັນທີ 5 ມິຖຸນາ 2022 ທີ່ເດີ່ນຕະຫຼາດອິນຊີ ພະແນກກະສິກຳ ແລະ ປ່າໄມ້ບ້ານໜອງໄຮ ເມືອງຫາດຊາຍຟອງ.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!