ລາວ-ຍີ່ປຸ່ນ ສ້າງຄວາມເຂັ້ມແຂງ ສົ່ງເສີມການຮ່ວມມືທາງດ້ານທຸລະກິດ

    ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ແລະ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ (JETRO) ໄດ້ເຊັນບົດບັນທຶກການຮ່ວມມື (MOC) ເພື່ອສົ່ງເສີມການ ຮ່ວມມືທາງດ້ານທຸລະກິດ ລະຫວ່າງປະເທດລາວ ແລະ ຍີ່ປຸ່ນ ໃນວັນທີ 25 ພຶດສະພາ 2022 ທີ່ມະຫາວິ ທະຍາໄລແຫ່ງຊາດ ລະຫວ່າງທ່ານ ດຣ ພອນແກ້ວ ຈັນທະມາລີ ຫົວໜ້າສະຖາບັນພັດທະນາຊັບພະຍາ ກອນມະນຸດ ລາວ-ຍີ່ປຸ່ນ ແລະ ທ່ານ Yasushi Kikuchi ຫົວໜ້າຫ້ອງການ ອົງການສົ່ງເສີມການຄ້າຍີ່ ປຸ່ນ ປະຈຳນະຄອນຫຼວງວຽງຈັນ ໂດຍມີທ່ານ ສຈ ດຣ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ການເຊັນບົດບັນທຶກຄັ້ງນີ້ ສລຍ ແລະ JETRO ໄດ້ຕົກລົງເຫັນດີສົ່ງເສີມການສ້າງຄວາມເຂັ້ມແຂງ ໃຫ້ກັບບໍລິສັດລາວ ລວມທັງຜູ້ປະກອບການໃໝ່ (start-up) ແລະ ຂະຫຍາຍການຮ່ວມມືພາກທຸລະກິດ ລະຫວ່າງບໍລິສັດຍີ່ປຸ່ນ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດແບບຍືນຍົງໃນພາກລັດ ໄດ້ວາງ ແຜນໃນການແລກປ່ຽນຂໍ້ມູນຂອງບໍລິສັດໃນລາວ ລວມເຖິງຜູ້ປະກອບການໃໝ່ start-up ໃຫ້ແກ່ບໍລິສັດ ຍີ່ປຸ່ນ ປະສານງານກັບອົງການ JETRO ເພື່ອຈັດງານຕ່າງໆທີ່ກ່ຽວຂ້ອງ ເຊິ່ງປະກອບດ້ວຍເຈົ້າຂອງ ທຸລະກິດທີ່ມີຊື່ສຽງ ທີ່ໄດ້ຜ່ານການເຝິກອົບຮົມ ແລະ ນຳໃຊ້ຫຼັກການບໍລິຫານທຸລະກິດແບບຍີ່ປຸ່ນ ພ້ອມທັງອະດີດນັກສຶກສາໃນຫຼັກສູດປະລິນຍາໂທ ບໍລິຫານທຸລະກິດ (MBA) ແລະ ຜູ້ເຂົ້າຮ່ວມໂຄງການ LJI SUSU ເຊິ່ງໄດ້ເປີດໂອກາດໃຫ້ກັບບໍລິສັດທັງສອງປະເທດໄດ້ມີການຂະຫຍາຍທຸລະກິດຮ່ວມກັນ.

    ສລຍ ຈະສືບຕໍ່ເຮັດວຽກຮ່ວມກັບບັນດາອົງກອນ ແລະ ກຸ່ມສະມາຄົມທີ່ມີວິໄສທັດຮ່ວມກັນ ກໍຄື ການສົ່ງເສີມການຂະຫຍາຍຕົວເສດຖະກິດແບບຍືນຍົງໃນລາວ  ເພື່ອເສີມສ້າງທ່າແຮງທາງການບໍລິການທາງດ້ານທຸລະກິດໃນສັງຄົມລາວ. ດຳເນີນວຽກງານຕາມພາລະບົດບາດການພັດທະນາຊັບພະຍາກອນ ມະນຸດທາງດ້ານທູລະກິດ ດ້ານພາສາຍີ່ປຸ່ນ ແລະ ການສົ່ງເສີມຄວາມເຂົ້າໃຈຂອງສອງຊາດ ລາວ-ຍີ່ປຸ່ນ ສລຍ ເຮັດໜ້າທີ່ໃນການສ້າງກິດຈະກຳໃໝ່ໆ ໂດຍການນໍາໃຊ້ຄວາມຮູ້ຄວາມຊຳນານ ແລະ ປະສົບການ ທີ່ຍາວນານ ເຊັ່ນ: ການສ້າງເຄືອຂ່າຍທຸລະກິດ ແລະ ກິດຈະກຳແລກປ່ຽນນັກສຶກສາ ມະຫາວິທະຍາໄລ ລະຫວ່າງສອງຊາດ ລາວ-ຍີ່ປູ່ນ.

# ຂ່າວ – ພາບ : ບຸນມີ

error: Content is protected !!