ເມືອງສັງທອງ ຫວນຄືນມູນເຊື້ອວັນສໍາຄັນຕ່າງໆຂອງຊາດ

   ພິທີປາຖະກະຖາ ປີສາມັກຄີພິເສດ ມິດຕະພາບ ລາວ-ຫວຽດນາມ ຄົບຮອດ 45 ປີ (18 /7/ 1977-18 /7/ 2022) ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອດ 63 ປີ (18 /5/ 1959-18 /5/ 2022 ) ແລະ ວິລະກໍາໂຕນຄຸກແບບມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 62 ປີ (24 /5/ 1960-24 /5/ 2022) ຈັດຂຶ້ນໃນວັນທີ 25 ພຶດສະພາ 2022 ທີ່ສະໂມສອນເມືອງສັງທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງທ່ານ ພົງສະຫວັນ ສີລິພັກ ເລຂາຄະນະພັກ ເຈົ້າເມືອງສັງທອງ ມີບັນດາຮອງເລຂາ ຮອງເຈົ້າເມືອງ ຄະນະປະຈໍາ ຄະນະພັກ ຫົວໜ້າຫ້ອງການ-ຮອງຫ້ອງການ ນາຍ ແລະ ພົນທະຫານ ຕໍາຫຼວດ ພ້ອມດ້ວຍເລຂາພັກ-ນາຍບ້ານທົ່ວເມືອງເຂົ້າຮ່ວມ.

    ການປາຖະກະຖາໃນຄັ້ງນີ້ ເພື່ອສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານສະມາຊິກພັກ ທະຫານ ຕໍາຫຼວດ ນັກຮຽນຮູ້ ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຊື່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊີ່ງ ກ່ຽວກັບມູນເຊື້ອນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອປະເທດຊາດ ເພື່ອປະຊາຊົນບັນດາເຜົ່າ ຂອງຜູ້ນໍາພັກ ແລະ ແນວລາວຮັກຊາດໃນໄລຍະຕໍ່ສູ້ປະຕິວັດ ກໍຄືໄລຍະທີ່ຖືກກັກຂັງຢູ່ໃນຄຸກໂພນເຄັງ ແລະ ວິລະກໍາເລີດລໍ້າຂອງຜູ້ນໍາປະຕິວັດຮຸ່ນກ່ອນ ທັງເປັນການຮໍ່າຮຽນເອົານໍ້າໃຈຮັກຊາດ ນໍ້າໃຈຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງຈັກກະພັດ ແລະ ລູກແຫຼ້ງຕີນມືຂອງພວກເຂົາທີ່ຫວັງດັບມອດຂະບວນການປະຕິວັດ ໂດຍສະເພາະແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບກອງທັບແຫ່ງຊາດນັ້ນພັງທະລາຍລົງ ເພື່ອຊີ້ໃຫ້ເຫັນແນວທາງ ຍຸດທະສາດ ແລະ ຍຸດໂທບາຍ ໃນການຊີ້ນໍາ-ນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນໄລຍະຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງຂື້ນແບບໃໝ່ ເພື່ອເສີມຂະຫຍາຍມູນເຊື້ອຮັກຊາດ ມູນເຊື້ອຕໍ່ສູ້ອົງອາດກ້າຫານ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຖືເອົາການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ຕິດພັນກັບການຍູ້ແຮງຂະບວນການດ້ານຕ່າງໆ ເພື່ອຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫ່ຍ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ຕິດພັນກັບມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກເມືອງສັງທອງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ V ຂອງເມືອງສັງທອງໃຫ້ມີເນື້ອໃນເລິກເຊິ່ງ ກວ້າງຂວາງ ແລະ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນໃນທົ່ວເມືອງສັງທອງ ປຸກລະດົມທົ່ວສັງຄົມເຂົ້າຮ່ວມໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຄຽງຄູ່ກັບການຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງອິດທິກໍາລັງປໍລະປັກ ຕີຖອຍບັນດາຂ່າວບີດເບືອນ ໃສ່ຮ້າຍປ້າຍສີຂອງສື່ສັງຄົມອອນລາຍ ຮັບປະກັນໃຫ້ເມືອງສັງທອງມີສະຖຽນລະພາບທາງດ້ານການເມືອງ ໜັກແໜ້ນ ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ.

error: Content is protected !!