ງານວາງສະແດງສິນຄ້າ ODOP ແລະ ສິນຄ້າຄອບຄົວຕົວແບບຂອງ ນວ ຈະຈັດຂຶ້ນທ້າຍເດືອນມິຖຸນາ

    ວັນທີ 24 ພຶດສະພາ 2022 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ (ນວ) ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແລະ ສິນຄ້າຄອບຄົວຕົວແບບຂອງ ນວ ຄັ້ງທີ VIII ຂຶ້ນ ໂດຍມີທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກໍາ ນວ ທ່ານ ວາດສະໜາ ສີຈະເລີນພັນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ທ່ານ ປິ່ງ ຮ່ວງຊະນະໄຊ ຮອງອໍານວຍການໃຫຍ່ບໍລິສັດລາວເວີນມະຫາຊົນ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

    ທ່ານນາງ ວັນມະນີ ພິມມະສານ ກ່າວວ່າ: ການຈັດງານຄັ້ງນີ້ ມີຈຸດປະສົງເພື່ອເປັນການຊຸກຍູ້ສົ່ງເສີມດ້ານການຕະຫຼາດຂອງຜະລິດຕະພັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງ ນວ ທັງເປັນການກະຕຸກເສດຖະກິດໃນໄລຍະທີ່ລັດຖະບານຜ່ອນຜັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຕາມແຈ້ງການຂອງຄະນະຮັບຜິດຊອບວຽກງານຕ້ານພະຍາດໂຄວິດ-19 ສະບັບເລກທີ 01/ຄຊ.ນວ ພ້ອມນັ້ນ ເພື່ອຮັບປະກັນໃຫ້ການຈັດງານດຳເນີນໄປຕາມແຜນການຢ່າງເປັນທາງການ ຄະນະຮັບຜິດຊອບໄດ້ກຳນົດການຈັດງານຂຶ້ນວັນທີ 25 ມິຖຸນາ ຫາ 3 ກໍລະກົດ 2022 ຢູ່ທີ່ສູນການຄ້າລາວ-ໄອເຕັກ ແລະ ໄດ້ກຳນົດເອົາວັນທີ 27 ມິຖຸນາ ເວລາ 16:30 ໂມງເປັນພິທີເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຄັ້ງທີ VIII ປະຈຳປີ 2022 ເປັນທາງການ.

    ສໍາລັບເປົ້າໝາຍໃນການເຂົ້າຮ່ວມງານ ປະກອບມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ 56 ຫົວໜ່ວຍ ສິນຄ້າ ODOP ຕ່າງແຂວງ 15 ຫົວໜ່ວຍ ຜະລິດຕະພັນຄອບຄົວຕົວແບບຄື: ສິນຄ້າປະເພດກະສີກຳ ອຸດສາຫະກຳ-ຫັດຖະກຳ 50 ຫົວໜ່ວຍ ຫົວໜ່ວຍທຸລະກິດທ່ອງທ່ຽວ 10 ຫົວໜ່ວຍ ບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ 2 ຫົວໜ່ວຍ ລວມ ມີ 133 ຫົວໜ່ວຍ ດ້ານລຸ່ມອາຄານ ຈະເປັນປະເພດສວນກ້າເບ້ຍໄມ້ ແລະ ປຸ໋ຍ ຈຳນວນ 20 ຫົວໜ່ວຍ ມີ 20 ເຕັ້ນ ສ່ວນລາຄາຄ່າເຊົ່າຫ້ອງວາງສະແດງສິນຄ້າ ຫ້ອງຂະໜາດ 3 x 3 ແມັດ ປະເພດສິນຄ້າ ODOP ທີ່ເປັນຜະລິດຕະພັນທົ່ວໄປ ລາຄາຫ້ອງລະ 600.000 ກີບ ສິນຄ້າ ODOP ທີ່ເປັນຜະລິດຕະພັນໄມ້ມູນຄ່າ 1.000.000 ກີບຕໍ່ຫ້ອງ ສິນຄ້າຄອບຄົວຕົວແບບທີ່ເປັນສິນຄ້າທົ່ວໄປມູນຄ່າ 1.100.000 ກີບຕໍ່ຫ້ອງ ສິນຄ້າຄອບຄົວຕົວແບບທີ່ເປັນຜະລິດຕະພັນໄມ້ມູນຄ່າ 1.300.000 ກີບຕໍ່ຫ້ອງ ສໍາລັບຫົວໜ່ວຍທຸລະກິດທ່ອງທ່ຽວທີ່ມາວາງສະແດງສິນຄ້າ ລາຄາຫ້ອງລະ 600.000 ກີບ ຜະລິດຕະພັນສິນຄ້າໂຮງງານອຸດສາຫະກຳລາຄາຫ້ອງລະ 1.300.000 ກີບ ແລະ ສິນຄ້າປະເພດກະສິກຳເບ້ຍໄມ້ ລາຄາເຕັ້ນລະ 400.000 ກີບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!