ສະພາແຫ່ງຊາດ ເຝິກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງ

   ຊຸດເຝິກອົບຮົມວຽກງານກວດກາພັກ-ລັດ  ແລະ  ຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ບັນດາຄະນະກວດຂອງໜ່ວຍພັກຮາກຖານ ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ຄະນະເລຂາທິການ ແລະ ຄະນະກວດກາຂອງ 3 ອົງການຈັດຕັ້ງມະຫາຊົນພາຍໃນສະພາແຫ່ງຊາດ ຈັດຂຶ້ນວັນທີ 25 ພຶດສະພາ 2022 ທີ່ສະພາແຫ່ງຊາດ ເປັນປະທານຂອງທ່ານ ສຸບັນ ສາວະບຸດ ຮອງປະທານກວດກາພັກສະພາແຫ່ງຊາດ ມີທ່ານ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທ່ານນາງ ທຸມມາລີ ວົງພະຈັນ ຄະນະບໍລິຫານງານພັກສະພາແຫ່ງຊາດ ຮອງປະທານກວດກາພັກສະພາແຫ່ງຊາດ ຕະຫຼອດຮອດບັນດາທ່ານເລຂາ ຮອງເລຂາຄະນະກວດກາໜ່ວຍພັກຮາກຖານ ແລະ ຄະນະກວດກາຂອງ 3 ອົງການຈັດຕັ້ງມະຫາຊົນພາຍໃນສະພາແຫ່ງຊາດ ເຂົ້າຮ່ວມ.

    ທ່ານ ສຸບັນ ສະວະບຸດກ່າວວ່າ: ຊຸດເຝິກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງເປັນການເຝິກອົບຮົມເທື່ອທໍາອິດທີ່ໄດ້ຈັດຂື້ນ ນັບຕັ້ງແຕ່ກອງປະຊຸມອົງຄະນະພັກສະພາແຫ່ງຊາດ ຄັ້ງທີ IV ໄດ້ສໍາເລັດລົງ ເຊິ່ງການເຝິກອົບຮົມດັ່ງກ່າວ ໄດ້ໄຂຂຶ້ນຫຼັງຈາກກອງປະຊຸມວຽກງານກວດພັກທົ່ວປະເທດ ຄັ້ງທີ IV ແລະ ເປັນການນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວມາຜັນຂະຫຍາຍເຂົ້າສູ່ລົງເລິກໃຫ້ປາກົດຜົນເປັນຈິງ.

    ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ: ບ່ອນໃດມີການກວດກາ ສະແດງວ່າບ່ອນນັ້ນມີການນໍາພາ ບ່ອນໃດບໍ່ມີການກວດກາ ບ່ອນນັ້ນກໍບໍ່ມີການນຳພາ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໄດ້ກຳນົດວ່າ: “ເພີ່ມທະວີການຕິດຕາມ ກວດກາ ແລະ ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ຢູ່ພາຍໃນພັກ” ນີ້ຢັ້ງຢືນແລ້ວວ່າ ພັກໄດ້ຖືເອົາວຽກງານດັ່ງກ່າວເປັນເຄື່ອງມື ເພື່ອປັບປຸງຄຸນນະພາບການນຳພາ-ຊີ້ນຳ ຂອງພັກ ສະນັ້ນ ຄະນະພັກຂອງສະພາແຫ່ງຊາດ ຈຶ່ງຖືວ່າວຽກງານກວດກາພັກ-ລັດ ແມ່ນວຽກງານທີ່ມີຄວາມສໍາຄັນ ເພື່ອຮັບປະກັນແກ່ການນຳພາຂອງຕົນໃນທຸກຂົງເຂດວຽກງານພາຍໃນສະພາແຫ່ງຊາດ ສະເພາະເນື້ອໃນການເຝິກອົບຮົມ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການສະເໜີຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ-ລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ເຊິ່ງເປັນຫົວຂໍ້ທີ່ມີຄວາມສຳຄັນ ອັນເປັນການເພີ່ມຄວາມຮັບຮູ້ຂັ້ນພື້ນຖານຂອງວຽກງານກວດກາພັກ-ລັດ ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງໃຫ້ບັນດາສະຫາຍຄະນະກວດກາແຕ່ລະຂັ້ນພາຍໃນອົງຄະນະພັກສະພາແຫ່ງຊາດ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!