ສະໜອງທຶນໃຫ້ 2 ໂຄງການສ້າງຄວາມເຂັ້ມແຂງຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

    ພິທີເຊັນສັນຍາສະໜອງທຶນໃຫ້ 2 ໂຄງການທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດຂຶ້ນວັນທີ 24 ພຶດສະພາ 2022 ທີ່ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ເປັນກຽດລົງນາມລະຫວ່າງທ່ານນາງ ພັກກາວັນ ພິດສະໄໝ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ ວັງປະເສີດ ບຸນເອື້ອວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ແລະ ທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ມີທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮອງປະທານສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການຄຸ້ມຄອງປົກປັກຮັກສາອະນຸຮັກຊີວະນາໆພັນໃນປ່າປ້ອງກັນພູເສັດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນແບບມີສ່ວນຮ່ວມ ໄດ້ຮັບທຶນ 800 ລ້ານກີບ ແລະ ໂຄງການຄຸ້ມຄອງການນໍາໃຊ້ສານເຄມີໃນຂົງເຂດອຸດສາຫະກໍາປຸງແຕ່ງ ທີ່ຕິດພັນກັບການຮັກສາສິ່ງແວດລ້ອມພາຍໃນ 10 ເມືອງ ແຂວງຄໍາມ່ວນ ໄດ້ຮັບທຶນ 483 ລ້ານກີບ.

     ຈຸດປະສົງຂອງການການສະໜອງທຶນຂອງ ກປສ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ພ້ອມທັງສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ໂດຍການສະໜອງທຶນ ແມ່ນປະຕິບັດໃຫ້ສອດຄ່ອງກັບທິດທາງຂອງພັກ-ລັດ ຍຸດທະສາດການເຕີບໂຕສີຂຽວ ວິໄສທັດ ຍຸດທະສາດ ແລະ ແຜນການ 5 ປີຂອງ ກປສ ແລະ ສອດຄ່ອງກັບນະໂຍບາຍ ຍຸດທະສາດຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງປົກປັກຮັກສາອະນຸຮັກຊີວະນາໆພັນລວມທັງການຄຸ້ມຄອງປ່າໄມ້ ພັດທະນາຊີວິດການເປັນຢູ່ ແລະ ຄຸ້ມຄອງການນໍາໃຊ້ສານເຄມີໃນຂົງເຂດອຸດສາຫະກໍາປຸງແຕ່ງທີ່ຕິດພັນກັບການຮັກສາສິ່ງແວດລ້ອມ ງົບປະມານທີ່ ກປສ ສະໜອງໃຫ້ພາກສ່ວນຕ່າງໆ ແມ່ນໄດ້ມາຈາກການປະກອບສ່ວນຂອງບັນດາໂຄງການລົງທຶນຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ປະກອບທຶນເຂົ້າໃນກອງທຶນປົກຮັກສາສິ່ງແວດລ້ອມໃນແຕ່ລະປີ ກປສ ໄດ້ຈັດສັນງົບປະມານດັ່ງກ່າວ ເພື່ອສະໜອງທຶນ ໂດຍຜ່ານ 6 ຮ່ວງທຶນ ຊຶ່ງແຕ່ລະປີ ຈະເປີດຮັບບົດສະເໜີໂຄງການ ເລີ່ມແຕ່ເດືອນມັງກອນ ຫາ ກັນຍາຂອງທຸກໆປີ ພ້ອມນັ້ນ ກໍມີຂະບວນການຄົ້ນຄວ້າ ແລະ ພິຈາລະນາບົດສະເໜີໂຄງການໂດຍຜ່ານຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ຂະແໜງການທີ່ກ່ຽວຂ້ອງ ຄະນະວິຊາການ ກປສ ແລະ ສະພາບໍລິຫານ ກປສ ສະນັ້ນ ໂຄງການທີ່ໄດ້ຮັບທຶນໃນຄັ້ງນີ້ ກໍຖືວ່າເປັນໂຄງການທີ່ໄດ້ຜ່ານຂະບວນການກັ່ນຕອງ ແລະ ພິຈາລະນາຕາມຂັ້ນຕອນທີ່ກໍານົດໄວ້ທັງ 2 ໂຄງການທີ່ເຊັນສັນຍາໃນຄັ້ງນີ້ ເປັນໂຄງການທີ່ຈັດຕັ້ງປະຕິບັດຢູ່ໃນລະດັບແຂວງ ມີຄວາມສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງສອດຄ່ອງກັບທິດທາງນະໂຍບາຍຂອງ ກປສ ກໍຄືຂອງພັກ-ລັດ ໂດຍສະເພາະ ໂຄງການກ່ຽວກັບການຄຸ້ມຄອງ ແລະ ອະນຸຮັກປ່າປ້ອງກັນໃຫ້ອຸດົມສົມບູນ ທີ່ຊຸມຊົນມີສ່ວນຮ່ວມ ແລະ ໂຄງການກ່ຽວກັບການຄຸ້ມຄອງ ແລະ  ຕິດຕາມການນຳໃຊ້ສານເຄມີໃນຂະແໜງອຸດສະຫະກຳປຸງແຕ່ງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!