​ຄົ້ນຄວ້າລົງເລິກຄວາມສະເໝີພາບຍິງ-ຊາຍ ການຮ່ວມເອົາທຸກຄົນໃນສັງຄົມ

    ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ຈັດກອງປະຊຸມກ່ຽວກັບຄວາມສະເໝີພາບຍິງ-ຊາຍ ການລວມເອົາທຸກຄົນໃນສັງຄົມ ສິດທິຂອງຜູ້ຖືກເຄາະຮ້າຍ ການຕິດຕາມປະເມີນຜົນ ແລະ ການຮຽນຮູ້ໃນວຽກງານການຕ້ານການຄ້າມະນຸດ ຈັດຂຶ້ນວັນທີ 24 ພຶດສະພາ 2022 ທີ່ໂຮງແຮມຄຣາວພລາຊາ ເປັນປະທານຮ່ວມຂອງທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ປອ ນາງ ລູເຊຍ ເພັດໂຕພາວລີ ຫົວໜ້າແຜນງານອາຊຽນ-ອົດສະຕຣາລີ ເພື່ອຕ້ານການຄ້າມະນຸດ ມີຕາງໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ສູນໃຫ້ຄຳປຶກສາປົກປ້ອງແມ່ຍິງ ແລະ ເດັກນ້ອຍ ນອກຈາກນີ້ມີແຂວງສະຫວັນນະເຂດ ແລະ ແຂວງຫຼວງນ້ຳທາ ເຂົ້າຮ່ວມແບບອອນລາຍ.

    ກອງປະຊຸມ ໄດ້ປຶກສາຫາລື ແລະ ຄົ້ນຄວ້າລົງເລິກກ່ຽວກັບຄວາມສະເໝີພາບຍິງ-ຊາຍ ການຮ່ວມເອົາທຸກຄົນໃນສັງຄົມ ສິດທິຂອງຜູ້ຖືກເຄາະຮ້າຍ ແລະ ການຕິດຕາມປະເມີນຜົນ ການຮຽນຮູ້ວຽກງານການຕ້ານການຄ້າມະນຸດ ເຊື່ອມເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳການຕ້ານການຄ້າມະນຸດ ກໍຄືການຈັດຕັ້ງປະຕິບັດແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ເພື່ອຮັບປະກັນໃຫ້ພົນລະເມືອງລາວທຸກຄົນມີຄວາມສະເໝີພາບຕໍ່ກົດໝາຍ ໂດຍສະເພາະແມ່ນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດທຸກຄົນ ແມ່ນມີສິດເທົ່າທຽມກັນ ໃນການໄດ້ຮັບການປົກປ້ອງໂດຍບໍ່ຈຳແນກຖານະທາງດ້ານເສດຖະກິດ ການເມືອງ ສັງຄົມ ສັນຊາດ ເພດ ໄວ ພາສາ ສາສະໜາ ແລະ ສະຖານະພາບອື່ນໆ ມີສິດໃນການໄດ້ຮັບການຊ່ວຍເຫຼືອ ແລະ ຕ້ອງຖືເອົາສິດຄວາມເປັນມະນຸດຂອງຜູ້ຖືກເຄາະຮ້າຍເປັນໃຈກາງ ມີຈັນຍາບັນ ຈັນຍາທຳ ແລະ ດຳເນີນການຢ່າງຮອບດ້ານ ຄົບຖ້ວນ ພາວະວິໄສ ແລະ ທັນການ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!