ຕິດຕາມຄວາມພ້ອມໃນການຈັດຕັ້ງປະຕິບັດການເປີດການທ່ອງທ່ຽວພາຍຫຼັງເປີດປະເທດ

     ກອງປະຊຸມລະຫວ່າງຄະນະກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ແລະ ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດການເປີດການທ່ອງທ່ຽວ ແລະ ການກະກຽມຄວາມພ້ອມໃນການເປີດປະເທດ ຈັດຂຶ້ນວັນທີ 24 ພຶດສະພາ 2022 ທີ່ສະພາແຫ່ງຊາດ ເປັນປະທານຂອງທ່ານນາງ ທຸມມາລີ ວົງພະຈັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ມີຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນວ ພະແນກຖວທ ນວ ສະພາການຄ້າ ແລະ ອຸດສາຫະກຳ ນວ ສະມາຄົມທຸລະກິດທ່ອງທ່ຽວ ໂຮງແຮມ ຮ້ານອາຫານ ນວ ສະພາປະຊາຊົນ ນວ ເຂົ້າຮ່ວມ. 

    ໃນກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງລາຍງານຄວາມພ້ອມໃນການຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ພາຍຫຼັງໄດ້ເປີດປະເທດ ລາຍງານການຈັດຕັ້ງປະຕິບັດການເປີດທົດລອງເຂດທ່ອງທ່ຽວສີຂຽວ ແລະ ແຜນການກຽມຄວາມພ້ອມໃນການເປີດປະເທດເຕັມຮູບແບບ ລາຍງານການຈັດຕັ້ງປະຕິບັດກ່ຽວກັບການເຝິກອົບຮົມຂອງໂຄງການ Laos safe ໃຫ້ແກ່ຫົວໜ່ວຍທຸລະກິດໃນເຂດທ່ອງທ່ຽວສີຂຽວ ແລະ ລາຍງານກະກຽມຄວາມພ້ອມໃນການເປີດບໍລິການຕ້ອນຮັບນັກທ່ອງທ່ຽວ. 

    ພາຍຫຼັງສຳເລັດກອງປະຊຸມໃນວັນດຽວກັນ ຄະນະຜູ້ແທນກອງປະຊຸມດັ່ງກ່າວໄດ້ລົງຢ້ຽມຢາມຊຸກຍູ້ດ່ານສາກົນຂົວມິດຕະພາບລາວ-ໄທ 1 ຫໍພະແກ້ວ ປະຕູໄຊ ແລະ ພະທາດຫຼວງ..

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!