ອົງການກວດສອບແຫ່ງລັດ ໄດ້ຮັບຢາປົວພະຍາດໂຄວິດ-19

ອົງການກວດ

    ພິທີມອບ-ຮັບຢາປົວພະຍາດໂຄວິດ-19 (MONUPIVIR) ລະຫວ່າງ ບໍລິສັດ ລາວພັດທະນາມິດ ຟາມາ ກຣຸບ ຈຳກັດ (Laos Alliance Pharmaceutical Group) ແລະ ອົງການກວດສອບແຫ່ງລັດ ຈັດຂຶ້ນໃນວັນທີ 24 ພຶດສະພາ 2022 ຢູ່ອົງການກວດສອບແຫ່ງລັດ ໂດຍກ່າວຮັບຂອງທ່ານ ໂພສີ ຈັນມິ່ງ ຮັກສາການຫົວໜ້າຫ້ອງການອົງການກວດສອບແຫ່ງລັດ ແລະ ກ່າວມອບໂດຍທ່ານ James Beaumont ຜູ້ຈັດການຝ່າຍຂາຍ ບໍລິສັດ ລາວພັດທະນາມິດ ຟາມາ ກຣຸບ ຈຳກັດ ພ້ອມດ້ວຍພະນັກງານສອງຝ່າຍເຂົ້າຮ່ວມ.

    ສໍາລັບຢາທີ່ໄດ້ນໍາມາມອບໃນຄັ້ງນີ້ ມີຢາໂມນູພີເວຍ (MONUPIVIR) ຈຳນວນ 100​ ກ່ອງ ເຊິ່ງລວມເປັນມູນຄ່າ 40.000.000​ ກີບ ຢາດັ່ງກ່າວ ຈະນຳເຂົ້າໃນການປິ່ນປົວພະຍາດໂຄວິດ-19 ຂອງພະນັກງານອົງການກວດສອບແຫ່ງລັດ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານທາງລັດຖະການ ຢ່າງໄດ້ຮັບຜົນດີ.

    ໃນໂອກາດດັ່ງກ່າວ ທ່ານ ໂພສີ ຈັນມິ່ງ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ທີ່ບໍລິສັດ ລາວພັດທະນາມິດ ຟາມາ ກຣຸບ ຈຳກັດ ທີ່ໄດ້ໃຫ້ຄວາມເປັນຫ່ວງເປັນໄຍ ຕໍ່ພະນັກງານອົງການກວດສອບແຫ່ງລັດ ທີ່ໄດ້ນຳເອົາຢາປິ່ນປົວດັ່ງກ່າວມາມອບໃຫ້ຄັ້ງນີ້ ແລະ ເພື່ອຈາລຶກຄວາມຮູ້ບຸນຄຸນ ແລະ ຢັ້ງຢືນເຖິງຄຸນງາມຄວາມດີ ກໍໄດ້ມອບໃບກຽດຕິຄຸນຂອງອົງການກວດສອບແຫ່ງລັດ ໃຫ້ບໍລິສັດ ລາວພັດທະນາມິດ ຟາມາ ກຣຸບ ຈຳກັດ ອີກດ້ວຍ.

# ຂ່າວ – ພາບ : ສີພອນ

error: Content is protected !!