ຈັນທະບູລີ ໄຂການສອບເສັງຈົບຊັ້ນ ປ5 ປະຈໍາສົກຮຽນ 2021-2022

    ພິທີໄຂການສອບເສັງຈົບຊັ້ນປະຖົມສຶກສາ ປ5 ສົກຮຽນ 2021-2022 ທົ່ວເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 24 ພຶດສະພາ 2022 ທີ່ໂຮງຮຽນປະຖົມສົມບູນກ້າວໜ້າ ນວ ໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າມືອງຈັນທະບູລີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ທ່ານຜູ້ອຳນວຍການໂຮງຮຽນ ຄູ ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.

    ທ່ານ ທອງດີ ແກ້ວມີໄຊ ຫົວນ້າຫ້ອງການສຶກສາທິການ ແລະ ກີລາເມືອງຈັນທະບູລີ ກ່າວໃນພິທີໄຂການສອບເສັງວ່າ: ເພື່ອເປັນການຕິດຕາມກວດກາ ແລະ ປະເມີນຜົນຕໍ່ການບໍລິຫານຄຸ້ມຄອງໂຮງຮຽນສາມັນສຶກສາທົ່ວເມືອງຈັນທະບູລີ ໂດຍສະເພາະ ການຮຽນ-ການສອນ ການປະຕິບັດໂຄງການຫຼັກສູດ ປະຕິບັດ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກີລາ ວາງອອກໃຫ້ປາກົດເປັນຈິງ ພ້ອມທັງເປັນການປະຕິບັດແຜນພັດທະນາການສຶກສາຂອງຫ້ອງການສຶກສາທິການ ແລະ ກີລາເມືອງຈັນທະບູລີ ປະຈຳສົກຮຽນ 2021-2022.

    ເມືອງຈັນທະບູລີ ມີໂຮງຮຽນຊັ້ນປະຖົມສຶກສາທັງໝົດ 35 ແຫ່ງ ລັດ 14 ແຫ່ງ ຈຳນວນໂຮງຮຽນເຂົ້າຮ່ວມການສອບເສັງທັງໝົດ 34 ແຫ່ງ ລັດ 14 ແຫ່ງ ມີຈຳນວນນັກຮຽນຊັ້ນ ປ5 ເຂົ້າຮ່ວມການສອບເສັງທັງໝົດ 1.487 ຄົນ ຍິງ 698 ຄົນ ແບ່ງເປັນ 8 ສູນສອບເສັງ ມີ 99 ຫ້ອງສອບເສັງ ສອບເສັງ 3 ວິຊາ ຄື: ວິຊາຫັດແຕ່ງ ຂຽນທວາຍ-ຄຳຖາມ ຄະນິດສາດ ແລະ ໂລກອ້ອມຕົວ+ຄຸນສົມບັດ ໃຊ້ເວລາການສອບເສັງ 24-25 ພຶດສະພາ 2022 ໃຊ້ກຳມະການທັງໝົດ 380 ຄົນ.

# ຂ່າວ – ພາບ : ບຸນມີ

error: Content is protected !!