ອົງການຈັດຕັ້ງມະຫາຊົນ ຫວນຄືນມູນເຊື້ອສອງວັນປະຫວັດສາດ

    ເພື່ອເຮັດໃຫ້ພະນັກງານຜູ້ສືບທອດ ເຂົ້າໃຈ ກຳແໜ້ນບັນດາມູນເຊື້ອວັນປະຫວັດສາດຂອງຊາດ ຂອງພັກ ທີ່ສະຫຼາດສ່ອງໃສ ມີໄຫວພິບໃນການຕໍ່ສູ້ກູ້ຊາດ ຈົນສາມາດຍາດໄດ້ໄຊຊະນະມນເຖິງທຸວັນນີ້ ດັ່ງນັ້ນ ເພື່ອເຮັດໃຫ້ຄົນຮຸຸ່ນໜຸ່ມທີ່ເປັນຜູ້ສືບທອດ ໄດ້ຮຽນເອົາແນວທາງຂອງພັກ ແລະ ແນວຄິດທິດສະດີຂອງບັນພະບູລຸດທີ່ເປັນເຂັມຊີ້ທິດເຍືອງທາງໃຫ້ຄົນຮຸ່ນຫຼັງສືບທອດພາລະກິດປະຕິວັດຕະຫຼອດມາ ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍຄືການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເຈີນກ້າວໜ້າ.

    ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມກັບບັນດາອົງການຈັດຕັ້ງມະຫາຊົນ ແນວລາວສ້າງຊາດ ແລະ ສະຫະພັນນັກຮົບເກົ່າ ນະຄອນຫຼວງວຽງຈັນ ຈັດພິທີປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຄື ວັນມູນເຊື້ອວິລະກໍາຂອງກອງພັນທີ 2  ຜ່າວົງປິດລ້ອມຂອງສັດຕູຢູ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 63 ປີ ( 18/5/1959-18/ 5/2022 ) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳແນວລາວຮັກຊາດ ຄົບຮອບ 62 ປີ ( 24/5/ 1960-24/5/2022 ) ວັນທີ 24 ພຶດສະພາ 2022 ທີ່ຫ້ອງວ່າການປົກຄອງ ນວ ເປັນກຽດປາຖະກະຖາຂອງທ່ານພົນຈັນຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະພັກ ນວ ສະມາຊິກອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!