ເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ

     ສະຖານີ ທ່າບົກທ່ານາແລ້ງ ພາຍຫຼັງທີ່ເປີດບໍລິການຢ່າງເປັນທາງການໃນວັນທີ 4 ທັນວາ 2021 ມາຮອດເດືອນເມສາ 2022 ໄດ້ບໍລິການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ແລ້ວ 11.000 ຕູ້ ແລະ ພາຍໃນທ້າຍເດືອນມິຖຸນາທີ່ຈະມາເຖິງນີ້ ແມ່ນຈະເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າໃຫ້ວ່ອງໄວຂຶ້ນກວ່າເກົ່າ.

    ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໃຫ້ສໍາພາດຕໍ່ສື່ມວນຊົນທີ່ເຂົ້າຮ່ວມການສຳພາດຕາມທາງລົດໄຟລາວ-ຈີນ ພາຍໃຕ້ຫົວຂໍ້: “ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ” ຈັດຂຶ້ນໂດຍເວັບໄຊ younnangateway ທີ່ຂຶ້ນກັບວາລະສານແມ່ນໍ້າຂອງ ໜັງສືພິມຢຸນນານ ແຫ່ງ ສປ ຈີນ ໃນວັນທິ 23 ພຶດສະພາ 2022 ວ່າ: ໃນຈໍານວນສິນຄ້າ 11.000 ຕູ້ 80% ແມ່ນເປັນສິນຄ້າຜ່ານແດນ ເປັນສິນຄ້າຈາກ ສປ ຈີນ ຜ່ານລາວໄປປະເທດໄທ ມຽນມາ ກໍາປູເຈຍ ຫວຽດນາມ ແລະ ມາເລເຊຍ ໃນນີ້ ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກໍາ ເປັນຕົ້ນ: ເຄື່ອງອຸປະກອບເອເລັກໂຕຣນິກ ປຸ໋ຍ ຊິ້ນສ່ວນປະ ກອບເຄື່ອງໃຊ້ໄຟຟ້າ ສິນຄ້າຕັດຫຍິບ ແລະ ແຜ່ນແພ ສ່ວນທີ່ເຫຼືອແມ່ນການບໍລິການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ ໃນນີ້ ສະເພາະສິນຄ້າຈາກລາວ ສ່ວນໃຫຍ່ແມ່ນສົ່ງອອກແຮ່ເຫຼັກ ແປ້ງມັນຕົ້ນ ຢາງພາລາ ໝາກໄມ້ ແລະ ແຮ່ທາດອື່ນໆ ສ່ວນສິນຄ້າຈາກໄທ ສ່ວນໃຫຍ່ແມ່ນການສົ່ງອອກເຂົ້າ ໝາກໄມ້ ແລະ ຢາງພາລາ.

     ທ່ານ ສາຄອນ ພິລາງາມ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຂົນສົ່ງສິນຄ້າມີຄວາມສະດວກສະບາຍກວ່າເກົ່າ ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໄດ້ລົງທຶນດ້ວຍຕົນເອງ ໃນການກໍ່ສ້າງທາງລົດໄຟຈາກສະຖານີລາວໄທ ຫາທ່າບົກທ່ານາແລ້ງ ໄລຍະທາງ 1,2 ກິໂລແມັດ ແລະ ບໍລິສັດລົດໄຟ ລາວ-ຈີນ ໄດ້ລົງທຶນກໍ່ສ້າງທາງລົດໄຟຈາກສະຖານີວຽງຈັນໃຕ້ ຫາທ່າບົກທ່ານາແລ້ງ ໄລຍະທາງ 2,8 ກິໂລແມັດ ທັງສອງເສັ້ນທາງລົດໄຟ ຕາມແຜນການທີ່ກໍານົດໄວ້ ແມ່ນໃຫ້ຈະສໍາເລັດ ແລະ ເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ໃນວັນທີ 26 ມິຖຸນາ 2022 ເຊີ່ງຈະກາຍເປັນຈຸດຄ່ຽນຖ່າຍສິນຄ້າຢູ່ທ່າບົກທ່ານາແລ້ງທີ່ມີຂະໜາດຄວາມກວ້າງຂອງລາງແຕກຕ່າງກັນຢູ່ທ່າບົກທ່ານາແລ້ງ ເພາະລົດໄຟລາວ-ຈີນ ມີຄວາມກວ້າງຂອງລາງ 1.435 ແມັດ ສ່ວນລົດໄຟໄທ ມີຄວາມກວ້າງຂອງລາງ 1 ແມັດ.

    ຢ່າງໃດກໍຕາມ ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງໃນຄັ້ງນີ້ ແມ່ນໃຊ້ສະເພາະຂົນສົ່ງສິນຄ້າເທົ່ານັ້ນ ເພາະໄລຍະຜ່ານມາ ລົດໄຟລາວ-ຈີນ ແມ່ນສິ້ນສຸດຢູ່ສະຖານີວຽງຈັນໃຕ້ ຈາກນັ້ນ ໄດ້ໃຊ້ລົດບັນທຸກຂົນສົ່ງສິນຄ້າໄປຫາທ່າບົກທ່ານາແລ້ງ ເພື່ອຂົນສົ່ງຕໍ່ໄປໄທ ແລະ ປະເທດອື່ນໆ ດັ່ງນັ້ນ ເມື່ອການເຊື່ອມທາງລົດໄຟດັ່ງກ່າວສໍາເລັດ ຈະເຮັດໃຫ້ການຂົນສົ່ງສິນຄ້າຜ່ານທ່າບົກທ່ານາງແລ້ງຈາກຈີນໄປໄທ ຈາກໄທໄປຈີນ ຫຼື ຈາກຈີນໄປປະເທດອື່ນ ແລະ ຈາກປະເທດອື່ນໄປຈີນ ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ.

     # ຂ່າວ – ພາບ :  ເພັດສະໝອນ

error: Content is protected !!