ປະດັບຫຼຽນກາມິດຕະພາບໃຫ້ອະດີດຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນ ປະຈໍາ ສປປ ລາວ

    ວັນທີ 23 ພຶດສະພາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ມີພິທີປະດັບຫຼຽນກາມິດຕະ ພາບໃຫ້ທ່ານ ປອ ແຈຊຶງ ລີ (PhD.Jaeseung Lee) ອະດີດຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນ (GGGI) ປະຈໍາ ສປປ ລາວ ທີ່ມີຜົນງານດີເດັ່ນ ປະກອບສ່ວນໃນການປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ ໃນໄລຍະທີ່ຜ່ານມາ ໄດ້ຮັບຜົນສຳເລັດເປັນຢ່າງດີ ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນໃນການສົ່ງເສີມ ຂະຫຍາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ. ຕະຫຼອດໄລຍະປີ 2017-2021 ທ່ານ ປອ ແຈຊຶງ ລີ ໄດ້ຫ້າວຫັນປະກອບສ່ວນໃນການສົ່ງເສີມ ແລະ ຜັນຂະຫຍາຍວຽກງານການເຕີບໂຕສີຂຽວ ເຊິ່ງເປັນໜຶ່ງໃນວຽກບູລິມະສິດຂອງ ສປປ ລາວ ກໍຄືການປະຕິບັດພັນທະ ສົນທິສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຫຼື ເອີ້ນວ່າ COP26 ບາງຜົນງານຕົ້ນຕໍທີ່ພົ້ນເດັ່ນ ສາມາດສັງລວມໄດ້ຄື: ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກະກຽມ ແລະ ສະເໜີໃຫ້ ສປປ ລາວ ເຂົ້າເປັນສະມາຊິກໃນປີ 2017 ເຊິ່ງເປັນຂີດໝາຍທີ່ສຳຄັນໃນການລະດົມທຶນການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ແລະ ລັດຖະບານ ສ.ເກົາຫຼີ ເພື່ອຊຸກຍູ້ວຽກງານການເຕີບໂຕສີຂຽວໃນ ສປປ ລາວ ມີສ່ວນຮ່ວມຢ່າງຫ້າວຫັນໃນການຮ່າງ ແລະ ສ້າງຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດ ປີ 2030 ເຊິ່ງໄດ້ຖືກຮັບຮອງໂດຍນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນທ້າຍປີ 2018.

    ຜົນງານ ແລະ ການສະໜັບສະໜູນຂອງທ່ານ ປອ ແຈຊຶງ ລີ ໃນໄລຍະຜ່ານມາ ແມ່ນໄດ້ສືບຕໍ່ມາຈົນຮອດປັດຈຸບັນ ໂດຍສະເພາະ ວຽກງານທີ່ຕິດພັນກັບການສົ່ງເສີມການນຳໃຊ້ພາຫະນະໄຟຟ້າແບບ 2 ລໍ້ ແລະ 4 ລໍ້ ການທົດລອງຫ້ອງການສີຂຽວ (ເຊິ່ງຈະເລີ່ມທົດລອງຮ່ວມກັບກະຊວງ ຜທ) ເສີມສ້າງຄວາມອາດສາມາດກ່ຽວກັບວຽກງານການເຕີບໂຕສີຂຽວ ແລະ ການເຊື່ອມສານບູລິມະສິດການເຕີບໂຕສີຂຽວແຫ່ງຊາດ ເຂົ້າແຜນພັດທະນາເສດຖະກິດ-ສັງຄົມ ຂອງຂະແໜງການ ແລະ ທ້ອງຖິ່ນ ການສ້າງຂີດຄວາມສາມາດກ່ຽວກັບດັດ ຊະນີເຕີບໂຕສີຂຽວ ແລະ ອື່ນໆ ສຳລັບອົງການການເຕີບໂຕສີຂຽວສາກົນ GGGI ຖືກສ້າງຕັ້ງຂຶ້ນໃນປີ 2012 ນັບແຕ່ສ້າງຕັ້ງເ ຫັນໄດ້ວ່າຈໍານວນປະເທດສະມາຊິກເພີ່ມຂຶ້ນ ໃນການຂະຫຍາຍສາຍການພົວພັນ ກໍຄືການຮ່ວມມືຂອງບັນດາປະເທດສະມາຊິກ ສະທ້ອນໃຫ້ເຫັນເຖິງຄວາມໝາຍໝັ້ນ ແລະ ຄວາມພະຍາຍາມໃນການສົ່ງເສີມການພັດທະນາຕາມຫຼັກການຍືນຍົງ ແລະ ສີຂຽວ ເຊິ່ງ ສປປ ລາວ ເອງ ກໍໄດ້ເຂົ້າເປັນສະມາຊິກໃນປີ 2017. ເປັນກຽດປະດັບຫຼຽນກາມິດຕະພາບໃຫ້ທ່ານ ປອ ແຈຊຶງ ລີ ໃນຄັ້ງນີ້ ໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!