ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ຍັງຢູ່ໃນຄວາມຊົງຈໍາປວງຊົນລາວຕະຫຼອດໄປ

    ເມື່ອຫວນຄືນອະດີດ 60 ກວ່າປີຄືນຫຼັງ ໄດ້ມີເຫດການປະຫວັດສາດທີ່ປວງຊົນລາວທັງຊາດບໍ່ອາດຫຼົງລືມໄດ້ ນັ້ນກໍຄື: ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ໃນຂ້ອນຄືນຂອງວັນທີ 23 ພຶດສະພາ 1960 ເວລາ 24 ໂມງ 30 ນາທີ ຫຼື ເວລາ 0 ໂມງ 30 ນາທີ ຂອງວັນທີ 24 ພຶດສະພາ 1960 ພາຍຫຼັງທີ່ບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດຖືກຈັບກຸມຄຸມຂັງໃນວັນທີ 28 ກໍລະກົດ 1959.

    ບັນດາຜູ້ນຳ (ຜູ້ແທນແນວລາວຮັກຊາດ) ທີ່ຖືກຈັບ ລວມມີ 7 ສະຫາຍຄື: ສະຫາຍ ສຸພານຸວົງ ສະຫາຍ ໝູຮັກ ພູມສະຫວັນ ສະຫາຍ ພູມີ ວົງວິຈິດ ສະຫາຍ ພູນ ສີປະເສີດ ສະຫາຍ ສີຊະນະ ສີສານ ສະຫາຍ ຄໍາຜາຍ ບຸບຜາ ແລະ ສະຫາຍ ສີທົນ ກົມມະດຳ ສ່ວນພະນັກງານ ທະຫານແນວລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມເປັນຂ້າລາຊະການໃນກົງຈັກລັດຖະບານປະສົມ ກໍຖືກຈັບເຊັ່ນດຽວກັນ ເຊິ່ງມີ: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ ສະຫາຍ ມາ ໄຂຄຳພິທູນ ສະຫາຍ ໝື່ນ ສົມວິຈິດ ສະຫາຍ ເພົ້າ ພິມພະຈັນ ສະຫາຍ ຄຳເພັດ ພົມມະວັນ ສະຫາຍມະຫາ ສົມບູນ ວົງໜໍ່ບຸນທຳ ສະຫາຍ ບົວສີ ຈະເລີນສຸກ ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ ໃນໄລຍະເກືອບ 10 ເດືອນທີ່ຖືກຈັບກຸມຄຸມຂັງນັ້ນ ຊີວິດ ແລະ ໂຊກຊາຕາກໍາຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດທັງ 16 ທ່ານ ສຸດທີ່ສ່ຽງໄພອັນຕະລາຍບໍ່ຕ່າງຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ ເພາະວ່າຝ່າຍສັດຕູຄາດໝາຍໄວ້ໃນຈຳນວນບັນດາຜູ້ນຳບຸກຄົນສຳຄັນໆປະມານ 8-9 ຄົນຈະໄດ້ຖືກປະຫານຊີວິດ ນອກນັ້ນ ຈະໄດ້ຖືກຕັດສິນຂັງຄຸກຕະຫຼອດຊີວິດ ຈາກນັ້ນ ພວກເຂົາໄດ້ມີແຜນຕັ້ງສານພິເສດສະເພາະ ເພື່ອເອົາບັນດາຜູ້ນຳແນວລາວຮັກຊາດອອກຕັດສິນບໍ່ໃຫ້ກາຍເວລາ 1 ເດືອນ ນັບຕັ້ງແຕ່ມື້ຄະນະລັດຖະບານຫຸ່ນໄດ້ຕົກລົງເປັນເອກະພາບກັນ.

    ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍສັດຕູ ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກ ໄດ້ໃຫ້ທິດຊີ້ນຳວ່າ: “ ຕ້ອງເອົາຜູ້ນຳອອກຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນ ແມ່ນເປັນມື້ຕັດສິນການໂຕນຄຸກ ” ສໍາລັບບັນດາຜູ້ນໍາ ເຖິງວ່າເພິ່ນຈະຖືກກັກຂັັງກໍຕາມ ແຕ່ບໍ່ໄດ້ລົດລະຄວາມພະຍາຍາມໃນການຫາວີທີ ແລະ ຊ່ອງທາງເພື່ອໃຫ້ຫຼຸດພົ້ນອອກຈາກການກະທຳອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາມາດ ໃນການສຶກສາອົບຮົມແກ່ສາລະວັດຕຳຫຼວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງເປັນທໍາຂອງແນວລາວຮັກຊາດ ພ້ອມນັ້ນ ກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້ຄວາມໂຫດຮ້າຍສາມານຂອງລັດທິຈັກກະພັດແບບໃໝ່ ຈົນໃນທີ່ສຸດ ສາລະວັດດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງຮັກຊາດ ດ້ວຍເຫດນັ້ນ ຈຶ່ງມີການວາງແຜນໃນການຕິດຕໍ່ພົວພັນທາງລັບລະຫວ່າງນອກ ແລະ ໃນຄຸກຢ່າງປິດລັບທີ່ສຸດ ເພື່ອຈະໂຕນຄຸກອອກໄປສູ່ເຂດທີ່ໝັ້ນຂອງການປະຕິວັດ ເມື່ອແຜນການເປັນໄປຕາມເປົ້າໝາຍທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດ ໄດ້ໂຕນໜີອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດດ້ວຍຄວາມປອດໄພທຸກປະການ.

    ເຫດການວິລະກຳດັ່ງກ່າວນີ້ ແມ່ນໄຊຊະນະທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກ ນາໆປະການ ເຖິງວ່າຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນໂດຍເດັດຂາດ ອັນນີ້ກໍຍ້ອນບັນດາຜູ້ນໍາເຮົາຖືປະເທດຊາດສູງກວ່າຊີວິດຂອງຕົນ ເຊິ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະອັນພິລະອາດຫານໃນວິລະກຳໂຕນຄຸກຄັ້ງມະຫັດສະຈັນ ໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກກໍາລັງແຮງທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ເຮັດໃຫ້ບັນດາທ່ານຜູ້ນຳໂຕນໜີອອກຈາກຄຸກໄດ້ເປັນຜົນສຳເລັດ ນີ້ຄືວັນແຫ່ງໄຊຊະນະຂອງການປະຕິວັດທີ່ບໍ່ມີການນອງເລືອດ ກໍຄືກາລະໂອກາດພັນປີມີເທື່ອໜຶ່ງ ຍ້ອນມີທ່ານຜູ້ນຳເສຍສະຫຼະໃນວັນນັ້ນ ຈຶ່ງມີປະເທດຊາດໃນວັນນີ້  ! ປວງຊົນລາວທັງຊາດຂໍຈາລຶກບຸນຄຸນ !.

error: Content is protected !!