ຮ່ວມກັນສົ່ງເສີມການລ້ຽງດູໃຫ້ອາຫານເດັກອ່ອນ ແລະ ເດັກນ້ອຍໃຫ້ດີຂຶ້ນ

    ໂດຍໄດ້ຮັບການສະໜັບສະໜູນຈາກປະເທດຝຣັ່ງ ກະຊວງສາທາລະນະສຸກ ອຳນາດການປົກຄອງຂັ້ນແຂວງ ອົງການອາຫານໂລກ ເເລະ ອົງການຢູນິເຊັບ ໄດ້ເປີດໂຄງການເພື່ອປັບປຸງໂພຊະນາການຂອງເດັກອາຍຸຕ່ຳກວ່າ 5 ປີ ຢູ່ແຂວງຜົ້ງສາລີ ວັນທີ 23 ພຶດສະພາ 2022 ຈຸດປະສົງເພື່ອສົ່ງເສີມການລ້ຽງດູ ໃຫ້ອາຫານເດັກອ່ອນ ແລະ ເດັກນ້ອຍໃຫ້ດີຂຶ້ນ ເພີ່ມຄວາມຮູ້ດ້ານໂພຊະນາການຂອງແມ່ ປັບປຸງຂະບວນການປະເມີນ ແລະ ປິ່ນປົວເດັກທີ່ຂາດສານອາຫານແບບຈ່ອຍຜອມ ແນໃສ່ໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍໂຄງການຄຸ້ມຄອງແບບເຊື່ອມສານຂອງການຂາດສານອາຫານກະທັນຫັນໃນລະດັບປະເທດ.

    ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ກ່າວວ່າ: ຜົ້ງສາລີ ເປັນແຂວງໜຶ່ງທີ່ມີອັດຕາການຂາດສານອາຫານໃນເດັກອາຍຸຕ່ຳກວ່າ 5 ປີ ທີ່ສູງທີ່ສຸດໃນ ສປປ ລາວ ແລະ ມີອັດຕາສ່ວນເດັກນ້ອຍໜ້ອຍກວ່າເຄິ່ງຂອງຈຳນວນທັງໝົດ ທີ່ໄດ້ກິນນົມແມ່ພຽງຢ່າງດຽວ ໃນໄລຍະ 6 ເດືອນທຳອິດ ແລະ ມີພຽງແຕ່ 28% ຂອງເດັກອາຍຸຕ່ຳກວ່າ 5 ປີ ທີ່ໄດ້ກິນອາຫານຄົບໝູ່ຕາມມາດຕະຖານຂັ້ນຕໍ່າສຸດທີ່ອົງການອະນາໄມໂລກໄດ້ແນະນຳ ບັນຫາໂພຊະນາການຂອງແມ່ ອັດຕາການຖືພາໃນໄວໜຸ່ມທີ່ສູງ ບັນຫາສິ່ງທ້າທາຍດ້ານນໍ້າ ແລະ ສຸຂະອະນາໄມ ຄວາມຈຳກັດໃນການເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ຄວາມບໍ່ໝັ້ນຄົງດ້ານອາຫານ ເນື່ອງຈາກຜົນກະທົບຂອງການປ່ຽນແປງທາງດິນຟ້າອາກາດ ແລະ ການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາອື່ນໆ.

    ເດັກນ້ອຍທີ່ຂາດສານອາຫານແບບຈ່ອຍຜອມ ແມ່ນມີຄວາມສ່ຽງສູງຕໍ່ການເສຍຊີວິດເຖິງ 12 ເທົ່າຂອງເດັກນ້ອຍທີ່ມີສຸຂະພາບດີ ດັ່ງນັ້ນ ຈຶ່ງມີຄວາມຈຳເປັນທີ່ຕ້ອງໃຫ້ຄວາມສຳຄັນ ໃຫ້ພວກເຂົາຕ້ອງໄດ້ຮັບການປິ່ນປົວ ການປ້ອງກັນ ແລະ ປິ່ນປົວພະຍາດດັ່ງກ່າວ ເປັນເປົ້າໝາຍຂອງໂຄງການນີ້ ເຊິ່ງສອດຄ່ອງກັບແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການຂອງ ສປປ ລາວ ສົກປີ 2021-2025 ແລະ ຈະຊ່ວຍສ້າງຂີດຄວາມສາມາດຂອງບັນດາພະນັກງານສາທາລະນະສຸກ ໃນການປະເມີນ ແລະ ປິ່ນປົວເດັກນ້ອຍທີ່ຂາດສານອາຫານກ່ອນຈະຊ້າເກີນໄປ ພ້ອມນີ້ ຍັງຈະສົມທົບເຂົ້າໃນຄວາມພະຍາຍາມຂອງພວກເຮົາໃນການສ້າງລະບົບຄຸ້ມຄອງການຂາດສານອາຫານກະທັນຫັນ.

    ໂຄງການນີ້ ຈະຊ່ວຍປູກຈິດສຳນຶກໃຫ້ແກ່ປະຊາຊົນປະມານ 23.000 ຄົນ ກ່ຽວກັບບັນຫາການຂາດສານອາຫານແບບກະທັນຫັນ ແລະ ເດັກນ້ອຍຈຳນວນ 5.000 ຄົນ ຈະໄດ້ຮັບການປະເມີນສະພາບໂພຊະນາການ ພ້ອມນັ້ນ ເດັກນ້ອຍທີ່ຂາດສານອາຫານແບບກະທັນຫັນ ຈຳນວນ 500 ຄົນ ໃນ 6 ເມືອງເປົ້າໝາຍຂອງແຂວງຜົ້ງສາລີຄື: ເມືອງຂວາ ສຳພັນ ໃໝ່ ບູນໃຕ້ ຍອດອູ ແລະ ເມືອງຜົ້ງສາລີ ຈະໄດ້ຮັບການປິ່ນປົວ ແລະ ອາຫານເສີມ ສຳລັບປິ່ນປົວພາວະການຂາດສານອາຫານ.

    ທ່ານນາງ ຊີບແລງ ຊົວຣ໌ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ລາວ ກ່າວວ່າ: ລັດຖະບານຝຣັ່ງກຳລັງໃຫ້ການສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 2 ກໍຄືລຶບລ້າງຄວາມອຶດຫິວ ບັນລຸການປັບປຸງການຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການຕິດພັນກັບການສົ່ງເສີມກະສິກຳແບບຍືນຍົງ ໂຄງການໃໝ່ນີ້ ຈະເປັນການສົມທົບເຂົ້າໃນວຽກງານອື່ນໆທີ່ອົງການອາຫານໂລກ ເເລະ ອົງການອຸຍນິເຊັບພວມຈັດຕັ້ງປະຕິບັດຢູ່ໃນແຂວງຜົ້ງສາລີ ແລະ ທົ່ວປະເທດ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!