ຊຽງຂວາງ ນຳໂຄງການນອກແຜນເຂົ້າຊຳລະ 24 ໂຄງການ ເຫຼືອພຽງ 1 ໂຄງການຍັງຄ້າງຊຳລະ

     ການກວດສອບ ການຈັດຕັ້ງປະຕິບັດຄໍາແນະນໍາກວດສອບປີ 2020 ກວດຄືນຕາມມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ແລະ ກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021 ຂອງແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 17 ພຶດສະພາ 2022 ທີ່ຫ້ອງວ່າການແຂວງຊຽງຂວາງ ເປັນປະທານຂອງທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ຜູ້ຊີ້ນໍາວຽກງານເສດຖະກິດ ທ່ານ ຊົມຊື່ນ ໄຊເກີຢ່າຈົງຕົວ ປະທານອົງການກວດສອບປະຈຳພາກເໜືອ ຜູ້ຊີ້ນໍາຄະນະກວດສອບແຫ່ງລັດ ມີຫົວໜ້າ ຮອງຫົວໜ້າພະແນກການ ພ້ອມດ້ວຍພະນັກງານແຕ່ລະພະແນກການເຂົ້າຮ່ວມ.

     ທ່ານ ຈັນໄຄ ສຸທິຈັກ ປະທານອົງການກວດກາລັດແຂວງຊຽງຂວາງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດຄຳແນະນຳຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2020 ຂອງແຂວງ ໄດ້ຍົກໃຫ້ເຫັນຜ່ານການສັງລວມໂຄງການນອກແຜນຂອງແຂວງຊຽງຂວາງ ແຕ່ປີ 2011 ມາຮອດປີ 2017 ມີ 25 ໂຄງການ ມາຮອດປີ 2021-2022 ໄດ້ນຳເຂົ້າແຜນຊຳລະ 24 ໂຄງການ ຍັງເຫຼືອ1ໂຄງການຄ້າງຊຳລະມູນຄ່າ 26 ຕື້ກີບ ໃນປີ 2021 ທົ່ວແຂວງມີວິສາຫະກິດຍຸບເລີກຊົ່ວຄາວ 13 ຫົວໜ່ວຍ ແລະ ວິສາຫະກິດຍຸບເລີກຖາວອນ 164 ຫົວໜ່ວຍ ໃນນີ້ ຂັ້ນພະແນກ ມີ 155 ຫົວໜ່ວຍ ຂັ້ນເມືອງ 9 ຫົວໜ່ວຍ ເປົ້າໝາຍກວດສອບຄືນ ການຈັດຕັ້ງປະຕິບັດຄຳແນະນຳຄະນະກວດສອບປີ 2020 ລວມມີ 12 ເປົ້າໝາຍຄື: ຫ້ອງວ່າການແຂວງ ຂະແໜງຄຸ້ມຄອງຊັບສິນຂອງລັດ ພະແນກການເງິນ (ຂະແໜງງົບປະມານ ຂະແໜງກວດກາ ແລະ ບໍລິການ) ຄັງເງິນແຫ່ງຊາດປະຈຳແຂວງ ສ່ວຍສາອາກອນປະຈຳແຂວງ ພະແນກແຜນການ ແລະ ການລົງທຶນ ພະແນກໂຍທາທິການ ແລະ ຂົນສົ່ງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະແນກກະສິກຳ ແລະ ປ່າໄມ້ ພະແນກອຸດສາຫະກຳ ແລະ ການຄ້າ ພະແນກສາທາລະນະສຸກ (ໂຮງໝໍແຂວງ) ແລະ ພະແນກພະລັງງານ ແລະ ບໍ່ແຮ່ ເປົ້າໝາຍກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021ມີ 16 ເປົ້າໝາຍຄື: ຫ້ອງວ່າການແຂວງ ຂະແໜງຄຸ້ມຄອງຊັບສິນຂອງລັດ ພະແນກ ການເງິນ (ຂະແໜງງົບປະມານ ຂະແໜງກວດກາ ແລະ ບໍລິການ) ຄັງເງິນແຫ່ງຊາດປະຈຳແຂວງ ສ່ວຍສາອາກອນປະຈຳແຂວງ ພະແນກແຜນການ ແລະ ການລົງທຶນ ພະແນກໂຍທາທິການ ແລະ ຂົນສົ່ງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະແນກກະສິກຳ ແລະ ປ່າໄມ້ ພະແນກອຸດສາຫະ ກຳ ແລະ ການຄ້າ ພະແນກສາທາລະນະສຸກ (ໂຮງໝໍແຂວງ) ພະແນກພະລັງງານ ແລະ ບໍ່ແຮ່ ພະແນກແຮງງານ ແລະ ສະຫັວດດີການສັງຄົມ ອົງການ ອພບຕ ພະແນກສຶກສາທິການ ແລະ ກີລາ ແລະ ພະແນກຍຸຕິທຳ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!